ຂ່າວສານ
ຫວຽດນາມພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ຮ່ວມເດີນທາງພ້ອມກັບບັນດາສະມາຊິກ CICA
ວັນທີ 15 ຕຸລາ, ຢູ່ກອງປະຊຸມສຸດຍອດກ່ຽວກັບການປະສານກັນກະທຳ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ ອາຊີ (CICA) ຄັ້ງທີ 7 ໄດ້ຈັດຂຶ້ນຢູ່ ນະຄອນຫຼວງ Baku, ປະເທດ Azerbaijan, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານປະເທດ ນາງ ຫວໍທິແອັງຊວັນ ຕີລາຄາສູງເສັ້ນທາງແຫ່ງການພັດທະນາກວ່າ 30 ປີຜ່ານມາ ແລະ ບັນດາການປະກອບສ່ວນສຳຄັນຂອງ CICA ໃນການຊຸກຍູ້ການໂອ້ລົມສົນທະນາ, ເພີ່ມທະວີຄວາມເຂົ້າໃຈ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ເປີດກວ້າງການຮ່ວມມືຢູ່ ອາຊີ. ທ່ານຮອງປະທານປະເທດ ສະເໜີ CICA ສືບຕໍ່ປ່ຽນແປງໃໝ່, ຊຸກຍູວິວັດການຫັນປ່ຽນເພື່ອຍົກສູງປະສິດທິຜົນໃນການເຄື່ອນໄຫວ, ການຮ່ວມມືຢ່າງແທ້ຈິງ ແລະ ຄວາມຕັດສິນໃຈນີ້ໄດ້ຢັ້ງຢືນຢ່າງແຮງຢູ່ບັນດາເອກະສານສຳຄັນຂອງກອງປະຊຸມຄັ້ງນີ້.
ໃນໂອກາດນີ້ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ໄດ້ຍົກອອກໃຫ້ເຫັນຢ່າງຈະແຈ້ງເຖິງບັນດາຜົນສຳເລັດທີ່ພົ້ນເດັ່ນຂອງ ຫວຽດນາມ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່; ທ່ານຢັ້ງຢືນວ່າ ຫວຽດນາມ ພ້ອມທີ່ຈະແບ່ງປັນບົດຮຽນປະສົບການ, ຮ່ວມເດີນທາງພ້ອມກັບບັນດາປະເທດສະມາຊິກ CICA ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສືບຕໍ່ກໍ່ສ້າງ, ເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈດ້ວຍການກະທຳລະອຽດ, ແທ້ຈິງ, ເພື່ອ ອາຊີ ແຫ່ງສັນຕິພາບ, ເຊື່ອມຕໍ່ ແລະ ວັດທະນາຖາວອນ.






