• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມ​ຊືມ ແລະ ຈັດ​ຕັ້ງ​ຜັນຂະຫຍາຍມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ແມ່ນເພື່ອ​ແນ​ໃສ່​ຊ່ວຍໃຫ້​ພະ​ນັກ​ງານ, ສະ​ມາ​ຊິກພັກ, ເປັນ​ຕົ້ນ​ແມ່ນ​ຄະ​ນະ​ພັກ, ຜູ້​ນຳ​ໜ້າ​ຄະ​ນະ​ພັກທຸກຂັ້ນ ​ກຳ​ແໜ້ນ​ເນື້ອ​ໃນຫຼັກ, ຈຸດ​ໃໝ່, ຈຸດ​ສຸມ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 4 ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV.
  ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 16 ຕຸ​ລາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ (ທີ່ ຮ່າ​ໂນ້ຍ), ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ​ ໄດ້ຈັດ​ຕັ້ງ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຄົ້ນ​ຄ້​ວາ, ຮ່ຳ​ຮຽນ, ເຊື່ອມ​ຊືມ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV. ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ຕາມ​ຮູບ​ແບບ​ທາງ​ໄກສົມ​ທົບ​ກັບ​ເຊິ່ງ​ໜ້າ, ເຊື່ອມ​ຕໍ່​ກັບ​ບັນ​ດາ​ຄະ​ນະ, ກະ​ຊ​ວງ ​ຂະ​ແໜ​ງ​ການ​ສູນ​ກາງ, ທ້ອງ​ຖິ່ນ, ອົງ​ການ, ຫົວ​ໜ່ວຍ…

ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ແມ່ນເພື່ອ​ແນ​ໃສ່​ຊ່ວຍໃຫ້​ພະ​ນັກ​ງານ, ສະ​ມາ​ຊິກພັກ, ເປັນ​ຕົ້ນ​ແມ່ນ​ຄະ​ນະ​ພັກ, ຜູ້​ນຳ​ໜ້າ​ຄະ​ນະ​ພັກທຸກຂັ້ນ ​ກຳ​ແໜ້ນ​ເນື້ອ​ໃນຫຼັກ, ຈຸດ​ໃໝ່, ຈຸດ​ສຸມ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 4 ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV. ຜ່ານ​ນັ້ນ, ກໍ່ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ຫັນ​ໂຄງ​ການ​, ແຜ​ນ​ການ​ກະ​ທຳ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້ ແລະ ປະ​ສິດ​ທິ​ຜົນໃຫ້ເປັນ​ຮູບ​ປະ​ທຳ.

ຢູ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຄົນ​ຄ້​ວາ, ຮ່ຳ​ຮຽນ, ເຊື່ອມ​ຊືມ 6 ຫົວ​ຂໍ້​ກ່ຽວ​ກັບ: ມະ​ຕິ​ວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ, ປັບ​ປຸງ​ພັກ ແລະ ລະ​ບົບ​ການ​ເມືອງ​ທີ່​ປອດ​ໄສ, ເຂັ້ມ​ແຂງ, ຮອບ​ດ້ານ, ຕອບ​ສະ​ໜອ​ງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ຍຸກ​ສະ​ໄໝ​ໃໝ່; ມະ​ຕິ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ໃໝ່ແບບ​ວິ​ທີ​ການ​​ນຳ​ພາ, ກຳ​ອຳ​ນາດ ຂອງ​ພັກ ຕໍ່​ລະ​ບົບ​ການ​ເມືອງ​ໃນ​ໄລ​ຍະ​ໃໝ່; ມະ​ຕິ​ວ່າ​ດ້ວຍ​ການ​ສຸມ​ໃສ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ທຸກ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ຍຸດ​ທ​ະ​ສາດ​ທີ່​ມີ​ຄຸນ​ນະ​ທາດ, ມີກຳ​ລັງ​ຄວາມ​ສາ​ມາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຢ່າງ​ພຽງ​ພໍ, ທຽບ​ເທົ່າ​ກັບ​ໜ້າ​ທີ່​ປະ​ຕິ​ບັດ…

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top