ຂ່າວສານ

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ຮ່ວມ​ເດີນ​ທາງ​ພ້ອມກັບ​ບັນ​ດາ​ສະ​ມາ​ຊິກ CICA

ທ່ານ​ຮອງ​ປະ​ທານ​ປະ​ເທດ ນາງ ຫວໍ​ທິ​ແອັງ​ຊວັນ ຕີ​ລາ​ຄາ​ສູງ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາກວ່າ 30 ປີ​ຜ່ານ​ມາ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ CICA ໃນ​ການ​ຊຸກ​ຍູ້​ການ​ໂອ້​ລົມ​ສົ​ນທະ​ນາ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດ.
  ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປະ​ເທດ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ວັນ​ທີ 15 ຕຸ​ລາ, ຢູ່ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ການ​ປະ​ສານ​ກັນ​ກະ​ທຳ ແລະ ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່ ອາ​ຊີ (CICA) ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ​ຢູ່ ນະ​ຄອນຫຼວງ Baku, ປະ​ເທດ Azerbaijan, ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ ​ຫວຽດ​ນາມ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ຢູ່ກອງ​ປະ​ຊຸມ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ປະ​ທານ​ປະ​ເທດ ນາງ ຫວໍ​ທິ​ແອັງ​ຊວັນ ຕີ​ລາ​ຄາ​ສູງ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາກວ່າ 30 ປີ​ຜ່ານ​ມາ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ CICA ໃນ​ການ​ຊຸກ​ຍູ້​ການ​ໂອ້​ລົມ​ສົ​ນທະ​ນາ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ອາ​ຊີ. ທ່ານ​ຮອງ​ປະ​ທານ​ປະ​ເທດ ສະ​ເໜີ CICA ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ຊຸກ​ຍູ​ວິວັດການ​ຫັນ​ປ່ຽນ​ເພື່ອ​ຍົ​ກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ, ການຮ່ວມ​ມື​ຢ່າງ​ແທ້​ຈິງ ແລະ ຄວາມ​ຕັດ​ສິນ​ໃຈ​ນີ້​ໄດ້​ຢັ້ງ​ຢືນ​ຢ່າງ​ແຮງ​ຢູ່​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ​ຂອງກອງ​ປະ​ຊຸມຄັ້ງ​ນີ້.

ໃນ​ໂອ​ກາດ​ນີ້ ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປະ​ເທດ ໄດ້​ຍົກ​ອອກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງເຖິງ​ບັນ​ດາ​ຜົນ​ສຳ​ເລັດທີ່​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ພາຍຫຼັງ 40 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່; ທ່ານ​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ພ້ອມ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ຮ່ວມ​ເດີນ​ທາງພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ CICA ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສືບ​ຕໍ່​ກໍ່​ສ້າງ, ເພີ່ມ​ພູນ​ຄູນ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ວຍ​ການ​ກະ​ທຳ​ລະ​ອຽດ, ແທ້​ຈິງ, ເພື່ອ​ ອາ​ຊີ ​ແຫ່ງ​ສັນ​ຕິ​ພາບ, ເຊື່ອມ​ຕໍ່ ແລະ ວັດທະນາຖາວອນ.


top