• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຍີ່​ປຸ່ນ​ໃນ​ການ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19

ຫວຽດນາມ ມີຄວາມປາດຖະໜາວ່າ ລັດຖະບານ ແລະ ບັນດາວິສາຫະກິດຍີ່ປຸ່ນ ຈະເອົາໃຈໃສ່, ສືບຕໍ່ຊຸກຍູ້ການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Umeda Kunio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ (ພາບ: TTXVN)

 ຕອນບ່າຍວັນທີ 24 ມີນາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Umeda Kunio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ, ເນື່ອງໃນໂອກາດເຂົ້າຢ້ຽມອຳລາສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ: ໃນສະພາບການໂລກລະບາດໂຄວິດ - 19 ສົ່ງຜົນສະທ້ອນທາງລົບນັ້ນ, ຫວຽດນາມ ມີຄວາມປາດຖະໜາວ່າ ລັດຖະບານ ແລະ ບັນດາວິສາຫະກິດຍີ່ປຸ່ນ ຈະເອົາໃຈໃສ່, ສືບຕໍ່ຊຸກຍູ້ການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ລັດຖະບານຫວຽດນາມ ໄດ້ມີຫຼາຍມາດຕະການຂ້ຽວຂາດເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດນັບແຕ່ຫົວທີ ແລະ ມີອັດຕາສ່ວນຜູ້ຕິດເຊື້ອໜ້ອຍ. ນີ້ແມ່ນສິ່ງທີ່ບັນດານັກລົງທຶນຍີ່ປຸ່ນ ແລະ ບັນດາປະເທດສາມາດອຸ່ນອ່ຽນໃຈດຳເນີນທຸລະກິດແບບຍາວນານຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍໃຫ້ຮູ້ວ່າ ຈະຊີ້ນຳບັນດາອົງການເຈົ້າໜ້າທີ່ຮັບຜິດຊອບຂອງຫວຽດນາມ ຕັ້ງໜ້າສົມທົບກັບສະຖານທູດ ແລະ ບັນດາອົງການເຈົ້າໜ້າທີ່ຂອງຍີ່ປຸ່ນ ເພື່ອຜັນຂະຫຍາຍໂຄງການກໍ່ສ້າງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ສຳເລັດໂດຍໄວ; ພ້ອມທັງເຊື່ອໝັ້ນວ່າ ນີ້ຈະແມ່ນຮູບແບບການຮ່ວມມືທີ່ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ.

        ສ່ວນທ່ານເອກອັກຄະລັດຖະທູດ Umeda Kunio ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo ຍາມໃດກໍຕີລາຄາສູງ, ຖືການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດເປັນສໍາຄັນ. ພ້ອມທັງສະແດງຄວາມເຄົາລົບຕໍ່ລັດຖະບານ ແລະ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ໄດ້ດຳເນີນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ ແລະ ນຳມາເຊິ່ງໝາກຜົນຕັ້ງໜ້າ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top