• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ບົດ​ບາດ, ຖາ​ນະທີ່​ຕັ້ງຂອງ ສ.ໂດ​ມີ​ນີ​ກາ ຢູ່​ພາກ​ພື້ນ ອາ​ເມ​ລິ​ກາ ລາ​ຕິນ

ທ່ານປະທານປະເທດຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດ, ຖານະທີ່ຕັ້ງຂອງ ສ.ໂດມີນີກາ ຢູ່ພາກພື້ນ ອາເມລິກາ ລາຕິນ, ທ່ານປາດຖະໜາຢາກພັດທະນາການພົວພັນຮ່ວມມືຢ່າງຮອບດ້ານ, ທັງດ້ານການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ ແລະ ການຮ່ວມມືດ້ານການສຶກສາ.
ທ່ານປະທານປະເທດ ເລືອງເກືອງ ໃຫ້ການຕ້ອນຮັບທ່ານ Jaime Francisco Rodriguez ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສ.ໂດມີນີກາ ປະຈຳຫວຽດນາມ

ຕອນເຊົ້າວັນທີ 20 ມີນາ ,ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານ Jaime Francisco Rodriguez  ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງສ.ໂດມີນີກາ ປະຈຳຫວຽດນາມ ມາເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ຢູ່ ຫວຽດນາມ.

ທ່ານປະທານປະເທດຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດ, ຖານະທີ່ຕັ້ງຂອງ ສ.ໂດມີນີກາ ຢູ່ພາກພື້ນ ອາເມລິກາ ລາຕິນ, ທ່ານປາດຖະໜາຢາກພັດທະນາການພົວພັນຮ່ວມມືຢ່າງຮອບດ້ານ, ທັງດ້ານການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ ແລະ ການຮ່ວມມືດ້ານການສຶກສາ, ພົບປະແລກປ່ຽນປຊະຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ສອງພາກພື້ນ.

ສ່ວນທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນອາຍຸການປະຕິບັດງານຢູ່ ຫວຽດນາມ ການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດມີການພັດທະນາອັນດີງາມ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ ແລະ ວັດທະນະທຳ. ທ່ານເອກອັກຄະລັດຖະທູດ ສະແດງຄວາມປະທັບໃຈຕໍ່ບັນດາບາດກ້າວພັດທະນາຂອງ ຫວຽດນາມໃນຊຸມປີຜ່ານມາ, ຖືນີ້ແມ່ນແບບຢ່າງເພື່ອໃຫ້ ໂດມີນີກາ ປະຕິບັດຕາມ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top