• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໜູນຊ່ວຍ ລາວ ກຳລັງ, ພາຫະນະແກ້ໄຂຜົນຮ້າຍຈາກເຫດການເຂື່ອນກັ້ນນ້ຳແຕກ

      ກົມກູ້ໄພກູ້ຊີບ, ຫ້ອງການຄະນະກຳມະການແຫ່ງຊາດຮັບມືອຸບັດຕິເຫດ, ໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ໃຫ້ຮູ້ວ່າ:
ໂດຍປະຕິບັດຕາມຄຳເຫັນຊີ້ນຳຂອງນາຍົກລັດຖະມົນຕີ ຫວຽດນາມ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຜັນຂະຫຍາຍວຽກງານຊ່ວຍເຫຼືອປະເທດ ລາວ ຮັບມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກເຫດເຂື່ອນກັ້ນນ້ຳ ເຊປ່ຽນ - ເຊນ້ຳນ້ອຍ ແຕກໃນວັນທີ 23 ກໍລະກົດ.
        ກອງບັນຊາການທະຫານເຂດ 5 ແລະ ບັນດາກົມກອງທີ່ຕັ້ງທັບໃນບໍລິເວນ ໄດ້ຜັນຂະຫຍາຍບັນດາພະນັກງານ, ນັກຮົບຂອງບາງກົມກອງຢ່າງຮີບດ່ວນຄື: ລະດົມລົດໂອໂຕ, ລົດໂຮງໝໍ, ເຮືອປະເພດຕ່າງໆ, ກຳລັງເສນາຮັກ ແລະ ທີມງາມຜ່າຕັດ 211; ກໍ່ຄືພາຫະນະອຸປະກອນເພື່ອຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຂອງເຫດດັ່ງກ່າວ.
        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫາກໍ່ເຊັນຂໍ້ຕົກລົງກ່ຽວກັບເລື່ອງຫັກແຫຼ່ງງົບປະມານຊ່ວຍເຫຼືອລັດຖະບານ ລາວ ແກ້ໄຂຜົນຮ້າຍຢ້ອນຫລັງຈາກເຫດເຂື່ອນກັ້ນນ້ຳແຕກຢູ່ແຂວງ ອັດຕະປື . ຕາມນັ້ນແລ້ວ, ແມ່ນຕົກລົງຊ່ວຍເຫຼືອ 200.000 USD ໃຫ້ລັດຖະບານ ລາວ ຈາກແຫຼ່ງທຶນສຳຮອງງົບປະມານສູນກາງ ປີ 2018 ເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກເຫດເຂື່ອນໄຟຟ້າແຕກຢູ່ແຂວງ ອັດຕະປື ຢ່າງຮີບດ່ວນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top