• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ໄທ ເພີ່ມທະວີການຮ່ວມມືທາງດ້ານຄວາມໝັ້ນຄົງ

      ໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມ ແລະ ສະພາຄວາມໝັ້ນຄົງແຫ່ງຊາດໄທ ຈະສືບຕໍ່ຊຸກຍູ້ເປີດກວ້າງການພົວພັນຮ່ວມມືໃນຂົງເຂດການເມືອງ, ຄວາມໝັ້ນຄົງ...

ທ່ານ ພົນເອກ ວັນລົບ ຣັກສເນາະພົນໂທເລຂານຸການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດ ແລະໂຕເລິມ
ລັດຖະມັນຕີກະຊວງຕຳຫຼວດ

(ພາບ:TTXVN)
      ຕອນບ່າຍວັນທີ 6 ສິງຫາ, ທີ່ຮ້າໂນ້ຍ, ກ່າວຄຳເຫັນໃນພິທີຕ້ອນຮັບທ່ານ ພົນເອກ ວັນລົບ ຣັກສເນາະ, ເລຂານຸການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດ, ຫົວໜ້າກຸ່ມປະຕິບັດງານລວມ ຫວຽດນາມ - ໄທ ກ່ຽວກັບການຮ່ວມມືທາງດ້ານການເມືອງ, ຄວາມໝັ້ນຄົງແຫ່ງປະເທດໄທ, ກຳລັງຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ພົນໂທ ໂຕເລິມ ລັດຖະມັນຕີກະຊວງຕຳຫຼວດ, ສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມ ແລະ ສະພາຄວາມໝັ້ນຄົງແຫ່ງຊາດໄທ ຈະສືບຕໍ່ຊຸກຍູ້ເປີດກວ້າງການພົວພັນຮ່ວມມືໃນຂົງເຂດການເມືອງ, ຄວາມໝັ້ນຄົງ; ແລກປ່ຽນຂໍ້ມູນ, ແບ່ງປັນປະສົບການໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳຂ້າມຊາດ, ອາດຊະຍາກຳກໍ່ການຮ້າຍ, ອາດຊະຍາກຳຢາເສບຕິດ, ອາດຊະຍາກຳການຄ້າມະນຸດ. ພ້ອມທັງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ບັນດາອົງການຕາງໜ້າການທູດ, ວິສາຫະກິດ ແລະ ພົນລະເມືອງຕ່າງປະເທດທີ່ທຳມາຫາກິນ, ດຳລົງຊີວິດ, ທ່ອງທ່ຽວ ແລະ ຮ່ຳຮຽນຢູ່ປະເທດໄທ.
ທ່ານ ວັນລົບ ຣັກສເນາະ, ເລຂານຸການໃຫຍ່ສະພາຄວາມໝັ້ນຄົງແຫ່ງຊາດໄທ ກໍ່ຫວັງວ່າທັງສອງຝ່າຍຈະສືບຕໍ່ຄົ້ນຄວ້າ, ຊອກຮູ້, ເພີ່ມທະວີການພົວພັນຮ່ວມມືໃນການຮັບມືກັບບັນດາອາດຊະຍາກຳແບບໃໝ່, ປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມື ມິດຕະພາບ ລະຫວ່າງ ສອງຊາດ ຫວຽດນາມ - ໄທ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top