• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໄດ້ກະກຽມບັນດາມາດຕະການເພື່ອຮັບມືກັບສະພາບການຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ

ມາຮອດປະຈຸບັນ, ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ໄດ້ໜູນຊ່ວຍພົນລະເມືອງ ຫວຽດນາມ 556 ຄົນທີ່ຕິດຄ້າງຢູ່ຕາເວັນອອກກາງ.
  (ພາບ​ປະ​ກອບ: REUTERS)  

ໃນ​ການ​ຖະ​ແຫຼງ​ຂ່າ​ວ​ທີ່ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 02 ເມ​ສາ, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ ຟ້າມ​ທູ​ຮັ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢືນ​ຢັນ​ວ່າ ຫວຽດ​ນາມ ໄດ້​ກະ​ກຽມບັນ​ດາ​ແຜນ​ການ​ກ່ຽວ​ກັບ​ການ​ປົກ​ປ້ອງ​ພົນ​ລະ​ເມືອງ ກໍ​ຄື​ແລກ​ປ່ຽນ​ກັບ​ຝ່າຍ ອີ​ຣານ ແລະ ບັນ​ດາ​ປະ​ເທດ​ໃກ້​ຄຽງ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພໃຫ້​ແກ່​ກຳ​ປັ່ນ, ລູກ​ເຮືອ ແລະ ພົນ​ລະ​ເມືອງ ຫວຽດ​ນາມ ​ໃຫ້​ສາ​ມາດ​ເດີນ​ທາງ​ອອກ​ຈາກ​ເຂດ​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ຄວາມ​ປອດ​ໄພ.

ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ພົນ​ລະ​ເມືອງ​ ຫວຽດ​ນາມ ຢູ່​ເຂດ​ເກີດ​ການ​ປະ​ທະ​ກັນ, ທ່ານ​ນາງ ຟ້າມ​ທູ​ຮັ່ງ ຢືນ​ຢັນ​ວ່າ:

“ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ​ຂອງ ຫວຽດ​ນາມ ຢູ່​ພາກ​ພື້ນ​ ຕາ​ເວັນ​ອອກ​ກາງ ​ຍັງສືບ​ຕໍ່​ຮັກ​ສາ​ບັນ​ດາ​ໂທ​ລະ​ສັບ​ສາຍ​ດ່ວນ, ພ້ອ​ມ​ກັນ​ນັ້ນ​​ກໍ່ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ໜູນ​ຊ່ວຍ​ພົນ​ລະ​ເມືອງ​ກັບ​ເມືອ​ປະ​ເທດ ຫຼື ໄປ​ປະ​ເທດ​ທີ 3 ດ້ວຍ​ຄວາມ​ປອດ​ໄພ. ມາ​ຮອ​ດ​ປະ​ຈຸ​ບັນ, ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ​ຂອງ ຫວຽດ​ນາມ ໄດ້​ໜູນ​ຊ່ວຍ​ພົນ​ລະ​ເມືອງ ຫວຽດ​ນາມ 556 ຄົນ​ທີ່​ຕິດ​​ຄ້າງ​ຢູ່​ຕາ​ເວັນ​ອອກ​ກາງ. ແລະ ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ ຫວຽດ​ນາມ ຂອງ​ພາກ​ພື້ນ ກໍ່ສືບ​ຕໍ່​ຕິດ​ຕາມ​ສະ​ພາບ​ກາ​​ນ, ຮັກ​ສາ, ຕິດ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຂອງປະ​ເທດ​ປະ​ຈຳ​ຖິ່ນ, ກຽມ​ພ້ອມ​ບັນ​ດາ​ແຜນ​ການ​ເພື່ອ​ປົກ​ປ້ອງ, ຍົກ​ຍ້າຍ​ພົນ​ລະ​ເມືອງ​ໃນ​ກໍ​ລະ​ນີ​​ສຸກ​ເສີນ​ຢ່າງ​ທັນ​ການ”.

(ແຫຼ່ງຄັດຈາກ VOV)

ອີຢູ ແລະ ລັດເຊຍ ຖະແຫຼງສືບຕໍ່ໜູນຊ່ວຍ ກຸຍບາ

ອີຢູ ແລະ ລັດເຊຍ ຖະແຫຼງສືບຕໍ່ໜູນຊ່ວຍ ກຸຍບາ

ຄະນະກຳມະການ ເອີລົບ (ອີຊີ) ແຈ້ງໃຫ້ຊາບວ່າ ໄດ້ປ່ອຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 2 ລ້ານເອີໂລ (2,32 ລ້ານ USD) ໃຫ້ແກ່ ກຸຍບາ ຕື່ມອີກ

Top