• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ Sierra Leone ເພີ່ມທະວີການຮ່ວມມືນຳກັນ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ພັນລະຍາ, ທ່ານ Julius Maada Bio ປະທານາທິບໍດີ ສາທາລະນະລັດ Sierra Leone ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 14 ຫາວັນທີ 20 ມີນາ.
  ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານ Julius Maada Bio ປະທານາທິບໍດີ Sierra Leone ຍ່າງກວດກອງກຽດຕິຍົດ  

 ຕອນບ່າຍວັນທີ 15 ມີນາ, ທີ່ການພົບປະເຈລະຈາ ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານ ປະທານາທິບໍດີ ສາທາລະນະລັດ Sierra Leone  ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຢ່າງສູງ ບັນດາທິດທາງຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ກ່ຽວກັບດ້ານການເມືອງ - ການຕ່າງປະເທດ, 2 ຝ່າຍໄດ້ເຫັນດີສືບຕໍ່ຮັກສາການຢ້ຽມຢາມ ແລະ ການພົບປະຂັ້ນສູງ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເພີ່ມທະວີການປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນອົງການສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ ພ້ອມທັງ ສະໜັບສະໜູນການຜັນຂະຫຍາຍການຮ່ວມມືໃນລະດັບພາກພື້ນອາຟຼິກາ ໂດຍຜ່ານສະຫະພາບອາຟຼິກາ. 2 ຝ່າຍເຫັນດີນຳໃຊ້ຢ່າງສຸດຂີດຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງ 2 ພື້ນຖານເສດຖະກິດ; ໃຫ້ຄຳໝັ້ນສັນຍາຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງເຂັ້ມງວດ ເພື່ອຍູ້ແຮງການຮ່ວມມືດ້ານການຄ້າ, ໃນນັ້ນມີການຄ້າຂາຍເຂົ້າສານ; ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດຊອກຫາກາລະໂອກາດຮ່ວມມື ດຳເນີນທຸລະກິດ ແລະ ການລົງທຶນ… ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານ Julius Maada Bio ປະທານາທິບໍດີ ສາທາລະນະລັດ Sierra Leone ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 3 ສະບັບລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດໃນຂົງເຂດການທູດ, ກະສິກຳ ແລະ ສິນໃນນ້ຳ, ສ້າງພື້ນຖານແກ່ການພົວພັນຮ່ວມມືລະຫວ່າງຫວຽດນາມ. - Sierra Leone.

ຕອນບ່າຍວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການພົບປະກັບທ່ານປະທານາທິບໍດີ Sierra Leone


(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top