• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ Liechtenstein ເຫັນດີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີ Brigitte Haas ພ້ອມກັບການລົງນາມໃນສັນຍາສອງສະບັບ
  ທີ່ການພົບປະ. (ພາບ: VNA)  

ຫວຽດນາມ ແລະ Liechtenstein ຕ້ອງເປີດກວ້າງການຮ່ວມມື​ໃນ​ຫຼາຍ​ດ້ານ, ກ້າວໄປ​ເຖິງການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຊອກ​ຫາ​ຄວາມ​ສາ​ມາດ​​ຮ່ວມ​ມືໃນ​ຂົງ​ເຂດການເງິນ, ວິທະຍາສາດເຕັກໂນໂລຊີ, ການຜະລິດ​ອຸດ​ສາ​ຫະ​ກຳຊັດ​ເຈນ, ​ບຳ​ລຸ​ງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ... ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປ​ເທດ ຫວຽດ​ນາມ ແລະ ທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein ໄດ້ເຫັນດີຄື​ແນວນັ້ນ​ທີ່ການພົບປະໃນຕອນບ່າຍວັນທີ 18 ຕຸລາ, ທີ່ ຮ່າໂນ້ຍ.

ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ໄດ້ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີ Brigitte Haas ພ້ອມກັບການລົງນາມໃນສັນຍາສອງສະບັບ, ລວມ​ມີ: ສັນຍາຫຼີກລ່ຽງການ​ເຫັບ​ພາ​ສີຊ້ອນລະຫວ່າງ ຫວຽດນາມ ແລະ Liechtenstein, ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ບັນດາປະເທດຂຶ້ນ​ກັບສະມາຄົມການຄ້າເສລີ ເອີລົບ (EFTA) ​ແມ່ນຂີດໝາຍສຳຄັນ, ສ້າງພື້ນຖານ​ເພື່ອ​ໃຫ້ພົວພັນລະຫວ່າງສອງປະເທດພັດ​ທະ​ນາ​ຢ່າງ​ເລິກເຊິ່ງ, ກວ້າງຂວາງກວ່າໃນອະນາຄົດ. ​ພ້ອມ​ກັນ​ນັ້ນ, ສອງ​ປະ​ເທດ​ຕ້ອງ​ຊຸກ​ຍູ້ການ​ພົບ​ປະແລກປ່ຽນວັດທະນະທຳ, ສິລະປະ ແລະ ໂຄສະນາພາບ​ພົດ​ກ່ຽວ​ກັບປະເທດ, ປະຊາຊົນຂອງສອງປະເທດ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ​ກັນ​ລະ​ຫວ່າງປະຊາຊົນສອງປະເທດ.

(ແຫຼ່ງຄັດຈາກ VOV)

ການເງິນອາດຈະກາຍເປັນເສົາຄ້ຳໃໝ່ຂອງການພົວພັນ ຫວຽດນາມ ແລະ Liechtenstein

ການເງິນອາດຈະກາຍເປັນເສົາຄ້ຳໃໝ່ຂອງການພົວພັນ ຫວຽດນາມ ແລະ Liechtenstein

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເນັ້ນໜັກເຖິງຄວາມໝາຍພິເສດຂອງວິວັດການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະມາຄົມການຄ້າເສລີ ເອີລົບ (EFTA)

Top