ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີ Brigitte Haas ພ້ອມກັບການລົງນາມໃນສັນຍາສອງສະບັບ
ຫວຽດນາມ ແລະ Liechtenstein ຕ້ອງເປີດກວ້າງການຮ່ວມມືໃນຫຼາຍດ້ານ, ກ້າວໄປເຖິງການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຊອກຫາຄວາມສາມາດຮ່ວມມືໃນຂົງເຂດການເງິນ, ວິທະຍາສາດເຕັກໂນໂລຊີ, ການຜະລິດອຸດສາຫະກຳຊັດເຈນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ... ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປເທດ ຫວຽດນາມ ແລະ ທ່ານນາງ Brigitte Haas ນາຍົກລັດຖະມົນຕີ Liechtenstein ໄດ້ເຫັນດີຄືແນວນັ້ນທີ່ການພົບປະໃນຕອນບ່າຍວັນທີ 18 ຕຸລາ, ທີ່ ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີ Brigitte Haas ພ້ອມກັບການລົງນາມໃນສັນຍາສອງສະບັບ, ລວມມີ: ສັນຍາຫຼີກລ່ຽງການເຫັບພາສີຊ້ອນລະຫວ່າງ ຫວຽດນາມ ແລະ Liechtenstein, ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ບັນດາປະເທດຂຶ້ນກັບສະມາຄົມການຄ້າເສລີ ເອີລົບ (EFTA) ແມ່ນຂີດໝາຍສຳຄັນ, ສ້າງພື້ນຖານເພື່ອໃຫ້ພົວພັນລະຫວ່າງສອງປະເທດພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງກວ່າໃນອະນາຄົດ. ພ້ອມກັນນັ້ນ, ສອງປະເທດຕ້ອງຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ສິລະປະ ແລະ ໂຄສະນາພາບພົດກ່ຽວກັບປະເທດ, ປະຊາຊົນຂອງສອງປະເທດ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ.