ຫວຽດນາມ ຕີລາຄາສູງການພົວພັນກັບ FAO ໃນຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນໃນການຊຸກຍູ້ການພັດທະນາດ້ານກະສິກຳ, ຊົນນະບົດ ແລະ ຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານແບບຍືນຍົງຢູ່ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ (FAO) ຈຸຍຕຸງອຸຍ, ທີ່ພວມຢ້ຽມຢາມ ຫວຽດນາມ ແຕ່ວັນທີ 05 – 08 ກຸມພາ.
ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ, ຍືນຍົງ, ອັດສະລິຍະ, ຍູ້ແຮງການຫັນເປັນດີຈີຕອນ… ຫວຽດນາມ ຈະຮ່ວມມືກັບ FAO ໃນບັນດາໂຄງການຮ່ວມມືສາກົນ, ຄື: ແບ່ງປັນບົດຮຽນກັບບັນດາປະເທດ ອາຟະລິກາ ໃນການຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານທີ່ດິນ, ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.
ສ່ວນທ່ານ ຈຸຍຕຸງອຸຍ ຢືນຢັນວ່າ, ຫວຽດນາມ ແມ່ນແບບຢ່າງໜຶ່ງ, ມີບັນດາຜົນງານ, ບົດຮຽນອັນລ້ຳຄ່າ ເຊິ່ງຫຼາຍປະເທດຢາກທາບທາມ; FAO ຍາມໃດກໍ່ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ໃນກະສິກຳແບບຍືນຍົງ, ສີຂຽວ.