• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ໂຮນລັງ ເພີ່ມທະວີການຮ່ວມມືໃນການຄຸມຄອງແຫຼ່ງຊັບພະຍາກອນນ້ຳ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ທີ່ກອງປະຊຸມ, ຝ່າຍ ຫວຽດນາມ ໄດ້ຍົກອອກບັນດາຂໍ້ສະເໜີການຮ່ວມມືລະອຽດໃນບັນດາຂົງເຂດໃຫ້ບຸລິມະສິດກ່ຽວກັບເສດຖະກິດໝູນວຽນ, ທ່າກຳປັ່ນ, ການຫັນເປັນດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ຄຸມຄອງນ້ຳ ໂຮນລັງ Mark Harbers (ພາບ: TTXVN)

ວັນທີ 27 ມິຖຸນາ, ຢູ່ ລາໄຮ, ປະເທດ ໂຮນລັງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ພ້ອມກັບທ່ານລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ຄຸມຄອງນ້ຳ ໂຮນລັງ Mark Harbers, ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 8 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ໂຮນລັງ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸມຄອງນ້ຳ. ທີ່ກອງປະຊຸມ, ຝ່າຍ ຫວຽດນາມ ໄດ້ຍົກອອກບັນດາຂໍ້ສະເໜີການຮ່ວມມືລະອຽດໃນບັນດາຂົງເຂດໃຫ້ບຸລິມະສິດກ່ຽວກັບເສດຖະກິດໝູນວຽນ, ທ່າກຳປັ່ນ, ການຫັນເປັນດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…; ທ່ານເນັ້ນໜັກວ່າ ຢາກໃຫ້ ໂຮນລັງ ໜູນຊ່ວຍ ຫວຽດນາມ ໃນການປະຕິບັດການຫັນເປັນສີຂຽວ, ພະລັງງານທົດແທນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. 2 ຝ່າຍກໍ່ເຫັນດີເປັນເອກະພາບບັນດາເນື້ອໃນຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃໝ່ໃຫ້ແກ່ໄລຍະໃໝ່.

ພາຍຫຼັງກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ມີການພົບປະ ແລະ ເຮັດວຽກກັບສະເດັດເຈົ້າ Jaime de Bourbon de Parme, ທູດພິເສດກ່ຽວກັບດິນຟ້າອາກາດ ໂຮນລັງ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ສະເດັດເຈົ້າ ສົ່ງເສີມບັນດາວິສາຫະກິດ ໂຮນລັງ ຖ່າຍທອດເຕັກໂນໂລຊີ ແລະ ລົງທຶນເຂົ້າຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ການຫັນປ່ຽນພະລັງງານ, ຫັນເປັນດີຈີຕອນ, ກໍ່ສ້າງພື້ນຖານໂຄງລ່າງອັດສະລິຍະຢູ່ ຫວຽດນາມ.

 ຕອນບ່າຍວັນດຽວກັນ, ຄະນະຜູ້ແທນ ຫວຽດນາມ ໄດ້ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮນລັງ ຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top