• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ເກຼັກ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ

ຕອນບ່າຍວັນທີ 01 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias (ພາບ: TTXVN)  

ທ່ານປະທານປະເທດ ຫງວຽນຊວັນຟຸກ ຊົມເຊີຍ ເກຼັກ ທີ່ໄດ້ມອບຈຳນວນເງິນ 50.000 ເອີໂຣໃຫ້ກອງທຶນ Olympic ຫວຽດນາມ, ພ້ອມທັງຂອບໃຈ ເກຼັກ ໄດ້ໜູນຊ່ວຍວັກຊິນກັນໂລກລະບາດໂຄວິດ-19 ຈຳນວນ 250.000 ໂດສໃຫ້ແກ່ ຫວຽດນາມ ໃນທ້າຍປີ 2021. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງໝາກຜົນການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ 2 ທ່ານ ແລະ ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍ ແລະ ສາກົນ; ສ້າງບາດກ້າວຫັນປ່ຽນຢ່າງແຮງໃນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການປ້ອງກັນຊາດ, ຮ່ວມມືທ້ອງຖິ່ນ, ພົວພັນແລກປ່ຽນປະຊາຊົນ...; ຊຸກຍູ້ການເຈລະຈາລົງນາມໃນສັນຍາຂົນສົ່ງທາງທະເລໃນໄລຍະຈະມາເຖິງ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias ໄດ້ແຈ້ງໃຫ້ທ່ານປະທານປະເທດ ຫງວຽນຊວັນຟຸກ ຊາບກ່ຽວກັບໝາກຜົນການເຈລະຈາທີ່ບັນລຸຜົນສຳເລັດກັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ໃນນັ້ນໄດ້ເປັນເອກະພາບຢ່າງສູງຕໍ່ທັດສະນະກ່ຽວກັບການເຄົາລົບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. 2 ຝ່າຍກໍ່ແລກປ່ຽນມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນຂົງເຂດການເມືອງ - ການຕ່າງປະເທດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ວັດທະນະທຳ, ທ່ອງທ່ຽວ, ການຍົກຍ້າຍຜິດກົດໝາຍ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 01 ສິງຫາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ດຳເນີນການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias.

ທີ່ການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍສິ້ນສຸດການເຈລະຈາ, ກ້າວໄປເຖິງການລົງນາມໃນສັນຍາຂົນສົ່ງທາງທະເລ ແລະ ສັນຍາຫຼີກລ້ຽງການເກັບພາສີຊ້ອນ; ປາດຖະໜາວ່າ ເກຼັກ ຂົນຂວາຍສະຫະພາບ ເອີລົບ ຍົກເລີກບັດເຫຼືອງສຳລັບຜະລິດຕະພັນສິນໃນນ້ຳຂອງ ຫວຽດນາມ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ Nikolaos Dendias ຢືນຢັນການສະໜັບສະໜູນ ຫວຽດນາມ ນຳແຮງງານໄປເຮັດວຽກຢູ່ ເກຼັກ ແລະ ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດ; ທ່ານສະແດງຄວາມປາດຖະໜາວ່າ ຈະກໍ່ສ້າງອະນຸສາວະລີປະທານ ໂຮ່ຈີມິນ ຢູ່ ເກຼັກ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

Top