• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຮຸງກາຣີ ນຳການພົວພັນຂຶ້ນເປັນ“ຄູ່ຮ່ວມມືຮອບດ້ານ”

ຕອນເຊົ້າວັນທີ 10 ກັນຍາ, ຢູ່ນະຄອນຫຼວງບູດາແປສແຫ່ງຮຸງກາຣີ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ

ທ່ີການເຈລະຈາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບຮຸງກາຣີ; ຖືຮຸງກາຣີເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າຢູ່ພາກພື້ນເອີລົບຕາເວັນອອກກາງ.

    ທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ ຢືນຢັນວ່າ ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງແມ່ນເຫດການທີ່ສຳຄັນ, ເປັນຂີດໝາຍໃໝ່ໃນການພົວພັນລະຫວ່າງລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງພະລັງແຮງໃໝ່ເພື່ອຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບຮຸງກາຣີໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

      ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ ໄດ້ເຫັນດີນຳກັນນຳການພົວພັນລະຫວ່າງ 2 ປະເທດຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ”, ຕາມນັ້ນແລ້ວ 2 ຝ່າຍດຳເນີນການພົບປະແລກປ່ຽນຢ່າງເປັນປະຈຳລະຫວ່າງການນຳຂັ້ນສູງຂອງ 2 ປະເທດ; ເພີ່ມທະວີການປຶກສາຫາລືດ້ານການເມືອງ, ສົນທະນາຍຸດທະສາດໃນທຸກພາກສ່ວນຄື : ພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ. 2 ຝ່າຍຕັດສິນໃຈມານະພະຍາຍາມຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ການສຶກສາ-ບຳລຸງສ້າງ, ວິທະຍາສາດ-ເຕັກໂນໂລຊີ….

   2 ຝ່າຍເຫັນດີເພີ່ມທະວີການປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ 2 ຝ່າຍຕ່າງກໍມີຄວາມສົນໃຈ; ຮ່ວມມືຢ່າງມີປະສິດທິຜົນໃນບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ.

    ພາຍຫຼັງການເຈລະຈາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ  ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ ໄດ້ເຂົ້າຮ່ວມກອງປະຊຸມກັບນັກຂ່າວ, ອອກຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ຮຸງກາຣີ ແລະ ເປັນສັກຂີພິຍານພິທີລົງນາມໃນເອກະສານທີ່ສຳຄັນບາງສະບັບ.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ສອງປະເທດພວມມານະພະຍາຍາມມຸ່ງໄປເຖິງການນຳວົງເງິນການຄ້າບັນລຸລະດັບ 25 ຕື້ USD ຕາມທິດຸ່ນດ່ຽງກ່ວາ. ນີ້ແມ່ນໜ້າທີ່ຂອງສະຖານທູດ, ພິເສດແມ່ນຂອງພະນັກງານການຄ້າ.

Top