• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອິນເດຍ ຍົກສູງຄວາມສາມາດສົມທົບກັນໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

ອິນເດຍ ແລະ ຫວຽດນາມ ພວມສືບຕໍ່ປະກອບສ່ວນສວມບົດບາດສຳຄັນຢູ່ ພາກພື້ນ ມະຫາສະມຸດອິນເດຍ - ປາຊິຟິກ ແລະ ໃນອາຊຽນ, ການພົວພັນສອງຝ່າຍລະຫວ່າງສອງປະເທດຈະນັບມື້ນັບເລິກເຊິ່ງ ແລະ ເປີດກວ້າງກວ່າອີກໃນຊຸມປີຈະມາເຖິງ.
ທ່ານ ລືວດິ່ງຮຽນ, ຜູ້ບັນຊາສູນອົບຮົມ, ກົມຮັກສາສັນຕິພາບ ຫວຽດນາມ ກ່າວຄຳເຫັນທີ່ພິທີອັດ. (ພາບ:Ngọc Thúy/TTXVN)

ວັນທີ 22 ພະຈິກ, ການຝືກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສປຊ ປີ 2024 (VINBAX 2024) ຄັ້ງທີ 5 ໄດ້ອັດລົງຢູ່ ສຳນັກງານກອງພົນນ້ອຍຊ່າງແສງ 474, Chandi Mandir ລັດ Haryana ປະເທດ ອິນເດຍ (4-22 ພະຈິກ). ກ່າວຄຳເຫັນເລີ່ມພິທີອັດ, ທ່ານ ລືວດິ່ງຮຽນ, ຜູ້ບັນຊາສູນອົບຮົມ, ກົມຮັກສາສັນຕິພາບ ຫວຽດນາມ ກ່າວວ່າ: ພາຍຫລັງດຳເນີນໃນເວລາ 10 ວັນ, VINBAX 2024 ແມ່ນການຊ້ອມຮົບໃນພື້ນທີ່ຕົວຈິງ ໄດ້ສ້າງພື້ນຖານທີ່ດີງາມ ແລະ ແມ່ນກາລະໂອກາດຫນຶ່ງດຽວໃຫ້ແກ່ບັນດາກົມກອງ ແລະ ກຳລັງທະຫານສອງປະເທດ ແບ່ງປັນນຳກັນ, ຕີລາຄາບັນດາມາດຖານທີ່ບັນລຸໄດ້ ແລະ ເພີ່ມທະວີກຳລັງຄວາມສາມາດດ້ານການທະຫານຮ່ວມກໍ່ຄືຄວາມສາມາດພົວພັນຕິດຕໍ່ນຳກັນໃນການຮັບສະໝັກ ແລະ ຜັນຂະຫຍາຍກອງຮ້ອຍຊ່າງແສງ ແລະ ກອງການແພດເພື່ອປະຕິບັດບັນດາຫນ້າທີ່ໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.

ສ່ວນພົນຕີ Rajesh Pushkar ຜູ້ບັນຊາການໃຫຍ່ ກອງພົນໃຫຍ່ Kharga ຖືວ່າ: ການຝຶກຊ້ອມຮັກສາສັນຕິພາບສອງຝ່າຍ ອິນເດຍ - ຫວຽດນາມ ໄດ້ປັບປຸງວິໄສທັດຮ່ວມເພື່ອສັນຕິພາບ, ວັດທະນາຖາວອນ ແລະ ມະນຸດກວ່າອີກ. ອິນເດຍ ແລະ ຫວຽດນາມ ພວມສືບຕໍ່ປະກອບສ່ວນສວມບົດບາດສຳຄັນຢູ່ ພາກພື້ນ ມະຫາສະມຸດອິນເດຍ - ປາຊິຟິກ ແລະ ໃນອາຊຽນ, ການພົວພັນສອງຝ່າຍລະຫວ່າງສອງປະເທດຈະນັບມື້ນັບເລິກເຊິ່ງ ແລະ ເປີດກວ້າງກວ່າອີກໃນຊຸມປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top