• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອິດສະຣາແອັນ ສຳເລັດການເຈລະຈາ FTA

ທ່ານລັດຖະມົນຕີສະເໜີໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນ ເພື່ອພ້ອມກັນຊອກຫາ, ຊຸກຍູ້ກາລະໂອກາດລົງທຶນດ້ານການຄ້າ ແລະ ລົງນາມໃນບັນດາຂົງເຂດຜະລິດອຸດສາຫະກຳ, ກະສິກຳນຳໃຊ້ເຕັກໂນໂລຊີສູງ.
  (ຫວຽດນາມ ແລະ ອິດສະຣາແອັນ ສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອັນ)  

ວັນທີ 02 ເມສາ, ໃນຂອບເຂດການໄປຢ້ຽມຢາມ ອິດສະຣາແອັນ ຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຍດນາມ ຫງວຽນຮົ່ງຢຽນ, ຫວຽດນາມ ແລະ ອິດສະຣາແອັນ ໄດ້ອອກຖະແຫຼງການກ່ຽວກັບເລື່ອງ ສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອັນ (VIFTA) ພາຍຫຼັງ ເຈລະຈາເປັນເວລາ7ປີ, ສ້າງປະຖົມປັດໃຈເພື່ອສາມາດລົງນາມສັນຍາໃນປີ 2023 ນີ້.

ທີ່ການເຮັດວຽກກັບທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອັນ Nir Barkat ເມື່ອວັນທີ 02 ເມສາ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຖືວ່າ, ຫວຽດນາມ ແລະ ອິດສະຣາແອັນ ຈະບັນລຸໄດ້ຜົນປະໂຫຍດຫຼາຍກວ່າອີກ ເມື່ອບັນດາບຸລິມະສິດ ແລະ ທ່າໄດ້ປຽບຈາກ VIFTA ໄດ້ນຳໃຊ້ຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີສະເໜີໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນ ເພື່ອພ້ອມກັນຊອກຫາ, ຊຸກຍູ້ກາລະໂອກາດລົງທຶນດ້ານການຄ້າ ແລະ ລົງນາມໃນບັນດາຂົງເຂດຜະລິດອຸດສາຫະກຳ, ກະສິກຳນຳໃຊ້ເຕັກໂນໂລຊີສູງ, ລົງທຶນພັດທະນາພື້ນຖານໂຄງລ່າງອຸດສາຫະກຳ.

ສ່ວນທ່ານລັດຖະມົນຕີ Nir Barkat ໄດ້ເຫັນດີສືບຕໍ່ຊຸກຍູ້ບັນດາໂຄງການສົ່ງເສີມການຄ້າ, ສ້າງຄວາມສະດວກໃຫ້ວິສາຫະກິດ 2 ປະເທດໃນການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອຍາດແຍ່ງເອົາທ່າດີຈາກບັນດາຄຳໝັ້ນສັນຍາຂອງ VIFTA ພາຍຫຼັງທີ່ສັນຍານີ້ໄດ້ຮັບການລົງນາມ ແລະ ເລີ່ມມີຜົນສັກສິດ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top