• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສະຫະພາບເອີລົບ(EU) ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA)

ພາຍຫຼັງດຳເນີນການເຈລະຈາ ມາເປັນເວລາ 10 ປີ, ຕອນບ່າຍ ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ,  ຫວຽດນາມ ແລະ ສະຫະພາບເອີລົບ(EU) ໄດ້ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA).
ພິທີລົງນາມໄດ້ດຳເນີນໂດຍພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ພິທີລົງນາມໄດ້ດຳເນີນໂດຍພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ຂ້າຫຼວງໃຫຍ່ການຄ້າ Cecilia Malmstrom , ລັດຖະມົນຕີ Romania ຮັບຜິດຊອບການດຳເນີນທຸລະກິດ, ການຄ້າ ແລະ ວິສາຫະກິດ Stefan-Radu Oprea  ເປັນຜູ້ຕາງໜ້າໃຫ້ EU ເຊັນ EVFTA . ທາງຝ່າຍຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີນຕ້ວນແອງ  ເປັນຜູ້ຕາງໜ້າໃຫ້ລັດຖະບານຫວຽດນາມ ເຊັນ EVFTA, ສ່ວນ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ເປັນຜູ້ຕາງໜ້າໃຫ້ລັດຖະບານຫວຽດນາມ ເຊັນ IPA.

        ພາຍຫຼັງ ທີ່ EVFTA ມີຜົນສັກສິດ, ສັນຍາຈະຍົກເລີກ 65% ພາສີອາກອນສຳລັບສິນຄ້າຂອງ EU ທີ່ນຳເຂົ້າຫວຽດນາມ, ແລະ 71% ພາສີອາກອນສຳລັບສິນຄ້າຂອງ ຫວຽດນາມ ທີ່ສົ່ງອອກໄປຍັງ EU. ສັງລວມແລ້ວ, ຈະຍົກເລີກ 99% ຮົ້ວພາສີອາກອນລະຫວ່າງ 2 ຝ່າຍ. EVFTA ຍັງຮັບປະກັນວ່າ ການຄ້າ, ການລົງທຶນ ແລະ ການພັດທະນາແບບຍືນຍົງ ຍາມໃດກໍໄປຄຽງຄູ່ນຳກັນ. ໃນຂະນະນັ້ນ, EVFTA ຈະຊ່ວຍປົກປ້ອງ ແລະ ເພີີ່ມທະວີການລົງທຶນຂອງ EU ເຂົ້າຫວຽດນາມ.

       ເມື່ອແລກປ່ຽນກັບ ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານ ປ.ອ  ຈູຮ່ວາງລອງ ສັງກັດມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ໃຫ້ຮູ້ວ່າ : ການລົງນາມໃນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA) ກັບ EU ໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງຫວຽດນາມໃນພື້ນຖານເສດຖະກິດທົ່ວໂລກໄດ້ເພີ່ມຂຶ້ນ. ການລົງນາມໃນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA) ກັບ EU ແມ່ນໄດ້ນຳຫວຽດນາມ ທຽບເທົ່າກັບບັນດາຄູ່ຮ່ວມມືໃຫຍ່ ຂອງ ການລົງນາມໃນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA) ກັບ EU ຢູ່ອາຊີຄື: ຍີປຸ່ນ, ສ ເກົາຫຼີ…

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top