• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສະຫະປະຊາຊາດ ເພີ່ມທະວີການຊຸກຍູ້ບັນດາຂໍ້ລິເລີ່ມການຄຸ້ມຄອງເຕັກໂນໂລຊີທົ່ວໂລກ

2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຊຸກຍູ້ບັນດາຂໍ້ລິເລີ່ມການຄຸ້ມຄອງເຕັກໂນໂລຊີທົ່ວໂລກ ກໍຄືຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ
ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການຕ້ອນຮັບທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່ສະຫະປະຊາຊາດ (ພາບ: qdnd.vn)

ຫວຽດນາມ ຖືການພັດທະນາກຳລັງຄວາມສາມາດ ແລະ ເພີ່ມທະວີຄວາມເປັນເຈົ້າດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນບຸລິມະສິດຍຸດທະສາດ - ນີ້ແມ່ນຄຳຢືນຢັນຂອງທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການຕ້ອນຮັບທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ທູດພິເສດຂອງ ທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບເຕັກໂນໂລຊີ, ໃນວັນທີ 16 ມັງກອນ, ຢູ່ ຮ່າໂນ້ຍ.

ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຊຸກຍູ້ບັນດາຂໍ້ລິເລີ່ມການຄຸ້ມຄອງເຕັກໂນໂລຊີທົ່ວໂລກ ກໍຄືຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ປັນຍາປະດິດ. ນອກນັ້ນ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ກໍ່ສະເໜີໃຫ້ສະຫະປະຊາຊາດ ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມບັນດາກົນໄກຄົ້ນຄວ້າ, ໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ການຄຸ້ມຄອງປັນຍາປະດິດຂອງສະຫະປະຊາຊາດຢ່າງເລິກເຊິ່ງກວ່າ.

ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top