• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືທາງດ້ານການກວດສອບ

ທ່ານ ໂງວັນຕວັນ, ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດລາວ.
  ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ແລະ ຫົວໜ້າອົງການກວດສອບແຫ່ງລັດ ລາວ ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື. ພາບ: ຟ້າມກຽນ-TTXVN  

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຕາມຄຳເຊື້ອເຊີນຂອງທ່ານ ວຽງທະວີສອນ ເທບພະຈັນ, ຫົວໜ້າອົງການກວດສອບແຫ່ງລັດ ສປປ ລາວ, ວັນທີ 25 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ໂງວັນຕວັນ, ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດລາວ.

ທ່ານ ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໂງວັນຕວັນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສອງອົງການກວດສອບແຫ່ງລັດຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືຮອບດ້ານຂອງສອງອົງການ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍກ່ວາອີກ.

ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ສູນທອນ ໄຊຍະຈັກ ຢັ້ງຢືນວ່າ: ການຢ້ຽມຢາມ ຈະປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນລະຫວ່າງສອງອົງການກວດສອບຂອງສອງປະເທດເວົ້າສະເພາະ ແລະ ການພົວພັນແບບພິເສດລະຫວ່າງສອງປະເທດເວົ້າລວມ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ສະເໜີໃຫ້: ອົງການກວດສອບ ສອງປະເທດເພິີ່ມທະວີການແລກປ່ຽນຄະນະຜູ້ແທນ, ເພື່ອເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top