• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ບັນດາປະເທດ ອາຊຽນ ເປັນເອກະສັນ ເບີກຈ່າຍ 10,5 ລ້ານ USD ເພື່ອຊື້ວັກຊິນກັນພະຍາດໂຄວິດ - 19

      ຫວຽດນາມ ພວມປະຕິບັດລະບຽບການພາຍໃນໃຫ້ສຳເລັດເພື່ອປະກາດບັນຊີລາຍຊື່ຄຳໝັ້ນສັນຍາຈະປະກອບສ່ວນເຂົ້າໃນສາງແຮວັດຖຸອຸປະກອນການແພດຂອງ ອາຊຽນ. 
ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ (ພາບ: TTXVN)
      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ ກອງປະຊຸມຄັ້ງທີ 6 ຂອງຄະນະປະຕິບັດງານລະຫວ່າງຂະແໜງ ສັງກັດ ສະພາປະສານງານ ອາຊຽນ ກ່ຽວກັບການຮັບມືກັບສະພາວະສຸກເສີນດ້ານສາທາລະນະສຸກ (ACCWG – PHE) ເຊິ່ງຖືກດຳເນີນພາຍໃຕ້ຮູບການທາງອອນລາຍ ໃນວັນທີ 18 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ສະແດງຄວາມສະໜັບສະໜູນຕໍ່ການນຳໃຊ້ກອງທຶນ COVID – 19 ເພື່ອຮັບໃຊ້ຄວາມຕ້ອງການທີ່ຈຳເປັນ ນັ້ນແມ່ນສະໜອງວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນບັນດາປະເທດສະມາຊິກຂອງ ອາຊຽນ ແລະ ຕ້ອງສ້າງແຜນການສະໜອງວັກຊິນ ລວມຂອງ ອາຊຽນ ໃຫ້ມີປະສິດທິຜົນ ແລະ ແທດຈິງ.
        ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ກໍຢັ້ງຢືນວ່າ: ຫວຽດນາມ ພວມປະຕິບັດລະບຽບການພາຍໃນໃຫ້ສຳເລັດເພື່ອປະກາດບັນຊີລາຍຊື່ຄຳໝັ້ນສັນຍາຈະປະກອບສ່ວນເຂົ້າໃນສາງແຮວັດຖຸອຸປະກອນການແພດຂອງ ອາຊຽນ, ຈະຕັ້ງໜ້າສົມທົບກັບບັນດາປະເທດ ແລະ ຄະນະເລຂານຸການ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍ ກອບຟື້ນຟູສັງລວມ ອາຊຽນ ພ້ອມກັບບັນດາຄວາມມານະພະຍາຍາມຄວບຄຸມໂລກລະບາດ ໃຫ້ມີປະສິດທິຜົນ, ມຸ່ງໄປເຖິງການຟື້ນຟູແບບຍືນຍົງໃນພາກພື້ນ, ຫຼຸດຜ່ອນຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດ.
 (ແຫຼ່ງຄັດຈາກ VOV)
 

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top