• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ ແລະ ເປີດກວ້າງ

      ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ, ພັດທະນາການພົວພັນຮ່ວມມືໃນທຸກຂົງເຂດ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ (ພາບ: VGP)
      ຕອນບ່າຍວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ, ພັດທະນາການພົວພັນຮ່ວມມືໃນທຸກຂົງເຂດ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແຮງໃນທຸກຂົງເຂດ, ໃນນັ້ນມີໂຄງການ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ແມ່ນໂຄງການທີ່ພົ້ນເດັ່ນໃນການພົວພັນສອງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະກໍ່ສ້າງໂຮງຮຽນໃຫ້ຂະຫຍາຍຕົວສົມກັບການພົວພັນລະຫວ່າງສອງປະເທດ. ທ່ານ ຫງວຽນຊວັນຟຸກ ກໍປາດຖະໜາວ່າ ທ່ານ Tsutomu Takebe ຍາມໃດກໍມານະພະຍາຍາມ, ຕັ້ງໜ້າປະກອບສ່ວນເຂົ້າໃນການພົວພັນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.
        ສ່ວນ Tsutomu Takebe ຊີ້ແຈ້ງວ່າ ຍີ່ປຸ່ນ ຊົມເຊີຍການພັດທະນາຢ່າງແຂງແຮງ ແລະ ຂະຫຍັນຂັນເຄື່ອນຂອງຫວຽດນາມ. ທ່ານກໍຮູ້ສຶກດີໃຈທີ່ໄດ້ຮັບຂ່າວວ່າ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແຮງໃນໄລຍະຜ່ານມາ ແລະ ຍາມໃດກໍໄດ້ຮັບການສະໜັບສະໜູນຈາກການນໍາຂັ້ນສູງສອງປະເທດ. ຝ່າຍ ຍີ່ປຸ່ນ ກໍປາດຖະໜາວ່າ ລັດຖະບານຫວຽດນາມ ຈະອະນຸມັດຜ່ານກົນໄກພິເສດທາງການເງິນໃຫ້ແກ່ມະຫາວິທະຍາໄລແຫ່ງດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ຮ່າຢາງ ຮັບປະກັນຄວາມສົມດຸນ, ການສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ.

Top