• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຍີ່ປຸ່ນ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ

ການເຕີບໂຕແບບຍືນຍົງຂອງ ຫວຽດນາມ ສວມບົດບາດສຳຄັນເຂົ້າໃນສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນແມ່ຂອງ. ຍີ່ປຸ່ນ ສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອບັນລຸໄດ້ຄາດໝາຍການເຕີບໂຕແບບຍືນຍົງ.
ເວລາ 9 ໂມງເຊົ້າວັນທີ 08 ຕຸລາ ຕາມເວລາ ຫວຽດນາມ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ ທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ໄດ້ດຳເນີນຢ່າງສົມກຽດຢູ່ສຳນັກງານນາຍົກລັດຖະມົນຕີ ຍີ່ປຸ່ນ, ນະຄອນຫລວງ ໂຕກຽວ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ພາຍຫລັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ດຳເນີນການເຈລະຈາ.
 

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ (ພາບ: VGP)
 

ທີ່ການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບບັນດາມາດຕະການເພື່ອນຳການພົວພັນຄູ່ຮວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮອບດ້ານ ແລະ ແທດຈິງກ່ວາ.

       ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການນຳ 2 ທ່ານໄດ້ເຫັນດີເປັນເອກະສັນສືບຕໍ່ຊຸກຍູ້ການຮ່ວມສຳພັນເສດຖະກິດລະຫວ່າງ 2 ປະເທດຕາມຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດອຸດສາຫະກຳໜູນຊ່ວຍ, ພະລັງງານ, ກະສິກຳ...

       ກ່ຽວກັບບັນຫາພາກພື້ນ ແລະ  ສາກົນ, ນາຍົກລັດຖະມົນຕີ 2 ທ່ານໄດ້ຢັ້ງຢືນຄວາມຕັດສິນພ້ອມກັນຊຸກຍູ້ເພື່ອໃຫ້ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ມີຜົນສັກສິດ, ໄດ້ຮັບການປະຕິບັດໂດຍໄວ, ຊຸກຍູ້ບັນດາວິວັດທະນາການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP); ສະໜັບສະໜູນຄວາມມານະພະຍາຍາມຂອງບັນດາຝ່າຍ ແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ສ້າງແຫຼມເກົາຫຼີ ປອດນິວເຄຼຍ.


ທີ່ການເຈລະຈາ (ພາບ: VGP)

 

ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ຢືນຢັນຄວາມສຳຄັນຂອງເລື່ອງຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການບິນ, ການເດີນເຮືອຢູ່ທະເລຕາເວັນອອກ; ແກ້ໄຂທຸກການຂັດແຍ້ງ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການຮ່ວມກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ປັບປຸງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ, ມີປະສິດທິຜົນ ແລະ ມີຜົນສັກສິດທາງດ້ານນິຕິກຳໂດຍໄວ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື (ພາບ: VGP)

ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 9 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ອົງການຈັດຕັ້ງ 2 ປະເທດ …ຫລັງຈາກນັ້ນ, ນາຍົກລັດຖະມົນຕີ 2 ທ່ານໄດ້ອອກແຈ້ງຂ່າວເຖິງສື່ມວນຊົນ ຍີ່ປຸ່ນ, ຫວຽດນາມ ແລະ ສາກົນ ກ່ຽວກັບໝາກຜົນຕັ້ງໜ້າຂອງການເຈລະຈາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

       2 ຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືກ່ຽວກັບຜົນສຳເລັດຂອງກອງປະຊຸມສຸດຍອດ ແມ່ຂອງ - ຍີ່ປຸ່ນ ແລະ ຊຸກຍູ້ການພົວພັນ ອາຊຽນ - ຍີ່ປຸ່ນ ໃນສະພາບການ ຫວຽດນາມ ຮັກສາບົດບາດເປັນປະທານປະສານງານການພົວພັນ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021. ຫວຽດນາມ ໄດ້ຮັບຮອງເອົາສັນຍາ CPTPP ແລະ 2 ປະເທດ ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ RCEP. ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມ, ຂໍ້ລິເລີ່ມຂອງ ຍີ່ປຸ່ນ ແນໃສ່ຮັບປະກັນຄວາມວັດທະນາຖາວອນກ່ຽວກັບດ້ານເສດຖະກິດ, ຄວາມເສລີກ່ຽວກັບດ້ານການຄ້າ ແລະ ຄວາມໝັ້ນຄົງໃນການເດີນທະເລຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ບົນພື້ນຖານກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ນາຍົກລັດຖະມົນຕີ 2 ທ່ານໄດ້ອອກແຈ້ງຂ່າວເຖິງສື່ມວນຊົນ ຍີ່ປຸ່ນ, ຫວຽດນາມ ແລະ ສາກົນ (ພາບ: VGP)

ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ເນັ້ນໜັກວ່າ ການເຕີບໂຕແບບຍືນຍົງຂອງ ຫວຽດນາມ ສວມບົດບາດສຳຄັນເຂົ້າໃນສັນຕິພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນແມ່ຂອງ. ຍີ່ປຸ່ນ ສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອບັນລຸໄດ້ຄາດໝາຍການເຕີບໂຕແບບຍືນຍົງ.

      ເນື່ອງໃນໂອກາດຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມແມ່ຂອງ - ຍີ່ປຸ່ນ ຄັ້ງທີ 10, ຕອນບ່າຍວັນທີ 08 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍການເຄື່ອນໄຫວຂອງສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ 

ຢູ່ນອກກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ການຢ້ຽມຢາມ ຍີ່ປຸ່ນ, ວັນທີ 08 ຕຸລາ, ທີ່ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບວິສາຫະກິດ ຍີ່ປຸ່ນ ບາງແຫ່ງ, ໃນນັ້ນ ມີການນຳກຸ່ມບໍລິສັດ ANA, ປະທານຝ່າຍບໍລິຫານກຸ່ມບໍລິສັດ AEON, ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດ Mitsui. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ຕີລາຄາສູງບົດບາດສຳຄັນຂອງບັນດາວິສາຫະກິດ ຍີ່ປຸ່ນ ໃນການຊຸກຍູ້ສາຍພົວພັນລະຫວ່າງ 2 ປະເທດ; ຂອບໃຈການຮ່ວມເດີນທາງ ແລະ ການປະກອບສ່ວນຢ່າງແທດຈິງຂອງບັນດາວິສາຫະກິດເຂົ້າໃນການພັດທະນາຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top