• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຈີນຮັກສາການແລກປ່ຽນ ເພື່ອແກ້ໄຂຫຼາຍບັນຫາທີ່ກ່ຽວຂ້ອງ

      ການເຄື່ອນໄຫວຂອງບັນດາກຳລັງທີ່ມີໜ້າທີ່ຂອງ ຫວຽດນາມ ແນ່ນອນວ່າ ໄດ້ປະຕິບັດຕາມກົດໝາຍ ຫວຽດນາມ ແລະ ກົດໝາຍສາກົນ, ເປັນຕົ້ນແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
      ສະແດງຄວາມຄິດເຫັນກ່ຽວກັບຂ່າວທີ່ໄດ້ເອົາລົງໃນໜັງສືພິມຂອງ ຈີນ ຫວ່າງມໍ່ໆມານີ້ ຊຶ່ງກ່າວຫາ ຫວຽດນາມ ວ່າ ໄດ້ກໍ່ສ້າງກຳລັງທະຫານລາດ ຢູ່ທະເລຕາເວັນອອກ ແມ່ນການກະທຳເກາະຜິດ, ທີ່ການຖະແຫຼງຂ່າວ ຢູ່ຮ່າໂນ້ຍ ໃນຕອນບ່າຍວັນທີ 20 ມັງກອນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ນີ້ແມ່ນຂ່າວທີ່ຜິດກັບຄວາມຈິງ ແລະ ຫວຽດນາມ ຂໍປະຕິເສດ. ຫວຽດນາມ ຢຶດໝັ້ນຕໍ່ນະໂຍບາຍປ້ອງກັນຊາດ, ສັນຕິພາບ ແລະ ມີການປ້ອງກັນຕົວ. ການເຄື່ອນໄຫວຂອງບັນດາກຳລັງທີ່ມີໜ້າທີ່ຂອງ ຫວຽດນາມ ແນ່ນອນວ່າ ໄດ້ປະຕິບັດຕາມກົດໝາຍ ຫວຽດນາມ ແລະ ກົດໝາຍສາກົນ, ເປັນຕົ້ນແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ພ້ອມກັນນັ້ນ, ຫວຽດນາມ ໄດ້ມານະພະຍາຍາມຮັກສາເຂດທະເລຕາເວັນອອກ ແຫ່ງສັນຕິພາບ, ມີສະຖຽນລະພາບ, ຮັກສາຄວາມໝັ້ນຄົງປອດໄພ, ມີການຮ່ວມມື ແລະ ພັດທະນາ, ສອດຄ່ອງກັບກົດໝາຍສາກົນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທັງຢູ່ພາຍໃນ ແລະ ນອກພາກພື້ນ ຈົ່ງພ້ອມກັນປະກອບສ່ວນຢ່າງແທດຈິງ ແລະ ມີຄວາມຮັບຜິດຊອບຕໍ່ເປົ້າໝາຍນີ້.
ແລະກໍ່ໃນການຖະແຫຼງຂ່າວ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ, ບົນພື້ນຖານຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນທີ່ການໂອ້ລົມທາງໂທລະສັບລະຫວ່າງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຈີນ ລີເຄືຊຽງ ໃນວັນທີ 13 ມັງກອນ, ສະພາບການນຳສິນຄ້າຜ່ານແດນຢູ່ ດ່ານຊາຍແດນ ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ສອງຝ່າຍ ຄວນສືບຕໍ່ເພີ່ມທະວີການແລກປ່ຽນ ເພື່ອແກ້ໄຂຄວາມຫຍຸ້ງຍາກລວມ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top