• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແບ່ງປັນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 41

ຄວນເພີ່ມທະວີການສົມທົບກັບບັນດາຄູ່ຮ່ວມມືໃນຄວາມມານະພະຍາຍາມລວມເພື່ອປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ...
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດອາຊຽນ 41 (ພາບ:VGP/Nhật Bắc)  

ຕອນເຊົ້າວັນທີ 11 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 41 ຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ ດ້ວຍຈຸດສຸມແມ່ນການປຶກສາຫາລືກ່ຽວກັບການພົວພັນຕ່າງປະເທດຂອງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ໂຄງສ້າງພາກພື້ນ ແລະ ບັນດາບັນຫາພາກພື້ນ ແລະ ສາກົນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການຮັກສາຄວາມສາມັກຄີ, ເສີມຂະຫຍາຍກຳລັງແຮງພາຍໃນຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ: ຄວນເພີ່ມທະວີການສົມທົບກັບບັນດາຄູ່ຮ່ວມມືໃນຄວາມມານະພະຍາຍາມລວມເພື່ອປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ, ປັບປຸງຄວາມສະໜິດຕິດພັນຍຸດທະສາດພາຍໃນກຸ່ມເພື່ອໃຫ້ບັນດາຄູ່ຮ່ວມມືເຄົາລົບ ແລະ ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນຢ່າງແທ້ຈິງ, ໃຫ້ຄຳໝັ້ນສັນຍາຮ່ວມມືຍາວນານກັບ ອາຊຽນ ຜ່ານບັນດາກົນໄກໂດຍ ອາຊຽນ ນຳພາ.

ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ອາຊຽນ ຄວນມີຄຸນນະທາດ, ຄ່ອງແຄ້ວ, ປອງດອງ ແລະ ກົມກຽວໃນການປະພຶດກ່ຽວກັບບັນຫາເຄັ່ງຮ້ອນຢູ່ພາກພື້ນ. ພ້ອມກັບການນຳບັນດາປະເທດ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນຕ້ອງປັບປຸງຫຼັກໝັ້ນຫຼັກການຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ, ສະເໜີເພີ່ມທະວີການຮ່ວມມືໃນບັນດາຂົງເຂດປົກປັກຮັກສາສິ່ງແວດລ້ອມທະເລ, ໜູນຊ່ວຍມະນຸດສະທຳໃຫ້ແກ່ຊາວປະມົງ ແລະ ຜູ້ເດີນເຮືອບົນທະເລ, ຮັບມືກັບສະພາບການຫາປາຜິດກົດໝາຍ… ກ່ຽວກັບບັນຫາ ມຽນມາ, ທ່ານນາຍົກລັດຖະມົນຕີ ຖືວ່າ: ອາຊຽນ ຄວນສືບຕໍ່ຢຶດໝັ້ນຜັນຂະຫຍາຍຄວາມເຫັນດີເຫັນພ້ອມຂອງ ອາຊຽນ ກ່ຽວກັບມຽນມາ, ໜູນຊ່ວຍ ມຽນມາ ຊອກຫາມາດຕະການເປັນໄປໄດ້, ຍືນຍົງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ. ເມື່ອແບ່ງປັນຄວາມວິຕົກວັງວົນລວມກ່ຽວກັບການປະທະກັນ ລັດເຊຍ - ຢູແກຼນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຍົກສູງຄວາມໝາຍ ແລະ ຄຸນຄ່າຂອງສັນຕິພາບ, ຢັ້ງຢືນການເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນນັ້ນ ເປັນຫຼັກການພື້ນຖານຂອງການພົວພັນສາກົນ, ແມ່ນເງື່ອນໄຂຕັດສິນຊີ້ຂາດໃນການສ້າງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ສິ້ນສຸດກອງປະຊຸມ, ການນຳບັນດາປະເທດ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການສຳຄັນຫຼາຍສະບັບຄື: ຖະແຫຼງການກ່ຽວກັບວິໄສທັດການນຳ ອາຊຽນ ກ່ຽວກັບເລື່ອງ “ພ້ອມກັນຮັບມືກັບສິ່ງທ້າທາຍ”, ຖະແຫຼງການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ, ຖະແຫຼງການໂຄງການດຳເນີນງານເຊື່ອມຕໍ່ ອາຊຽນ ຫຼັງປີ 2025.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top