• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແບກຫາບບົດບາດເປັນປະທານສະພາມອບໂອນກອງທຶນ ອາຊຽນ

      ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຮັບການມອບໝາຍບົດບາດເປັນປະທານ AFBOT ໃນປີ 2021.

ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ (ພາບ: baoquocte.vn)
      ວັນທີ 8 ທັນວາ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ, ປະທານຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ, ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 45 ສະພາມອບໂອນກອງທຶນ ອາຊຽນ (AFBOT) ຕາມຮູບການອອນລາຍ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຮັບການມອບໝາຍບົດບາດເປັນປະທານ AFBOT ໃນປີ 2021 ຈາກ ທ່ານເອກອັກຄະລັດຖະທູດ ໄທ ເຊິ່ງເປັນປະທານ AFBOT ໃນປີ 2020. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຢືນຢັນວ່າ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບກອງທຶນ ອາຊຽນ ເພື່ອປະຕິບັດບົດບາດເປັນປະທານ AFBOT ປີ 2021 ໃຫ້ເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປະ​ກາດ​​ຍຸບ ສະ​ພາ​ຕ່ຳ

ການຕັດສິນໄດ້ຍົກອອກມາພາຍຫຼັງ 2 – 3 ນາທີ ເມື່ອພັກປະຊາຊົນ ໄດ້ຍື່ນຂໍ້ສະເໜີແນະບໍ່ໄວ້ວາງໃຈ ຕາມມາດຕາທີ 151 ຂອງລັດຖະທຳມະນູນ, ໃນຂະນະທີ່ສະມາຊິກລັດຖະສະພາຈຳນວນໜຶ່ງຂອງ ພັກພູມໃຈໄທ ປ່ອນບັດຄ້ານໃນວາລະລົງປະຊາມະຕິປະຕິຮູບ ລັດຖະທຳມະນູນ.

Top