• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແນະນຳອາຫານການກິນ ແລະ ວັດທະນະທຳກັບເພື່ອນມິດສາກົນຢູ່ ງານຕະຫຼາດນັດການທູດ ອາຟະລິກາໃຕ້ 2022

ທີ່ງານຕະຫຼາດນັດຄັ້ງນີ້, ສະຖານທູດ ຫວຽດນາມ ໄດ້ແນະນຳເຖິງເພື່ອນມິດສາກົນກ່ຽວກັບປະຫວັດສາດ, ມູນເຊື້ອວັດທະນະທຳ ພ້ອມກັບພາບພົດປະເທດຊາດ, ຊາວ ຫວຽດນາມ ທີ່ສວຍງາມ.
  ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຫວຽດນາມ (ພາບປະກອບ: TTXVN)  

ວັນທີ 22 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້ ໄດ້ເຂົ້າຮ່ວມງານຕະຫຼາດນັດການທູດ ອາຟະລິກາໃຕ້ 2022 (Diplomatic Fun Fair 2022), ເຊິ່ງແມ່ນເຫດການປະຈຳປີ ໂດຍກະຊວງຮ່ວມມື ແລະ ພົວພັນສາກົນ ອາຟະລິກາ ຈັດຂຶ້ນຢູ່ນະຄອນຫຼວງ Pretoria. ທີ່ງານຕະຫຼາດນັດຄັ້ງນີ້, ສະຖານທູດ ຫວຽດນາມ ໄດ້ແນະນຳເຖິງເພື່ອນມິດສາກົນກ່ຽວກັບປະຫວັດສາດ, ມູນເຊື້ອວັດທະນະທຳ ພ້ອມກັບພາບພົດປະເທດຊາດ, ຊາວ ຫວຽດນາມ ທີ່ສວຍງາມ. ສະຖານທູດ ຫວຽດນາມ ກໍ່ນຳມາວາງສະແດງບັນດາພາບແຕ້ມ, ພາບຖ່າຍແນະນຳກ່ຽວກັບທິວທັດທຳມະຊາດທີ່ສວຍງາມຂອງປະເທດ ຫວຽດນາມ ແລະ ເຄື່ອງສິລະປະຫັດຖະກຳ. ນອກນັ້ນ, ເພື່ອນມິດສາກົນຍັງໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ຄື: ຢໍ່ຈືນ, ກາເຟ…

ໃນບັນດາຮ້ານວາງສະແດງ, ໂຄສະນາຂອງບັນດາປະເທດ, ພ້ອມກັບການເຄື່ອນໄຫວສະແດງສິລະປະ, ດົນຕີ, ອາຫານການກິນ, ເຫດການໄດ້ສວມບົດບາດເປັນພື້ນຖານຊຸກຍູ້ ແລະ ເຊີດຊູຄວາມເປັນເອກະພາບ ແລະ ຫຼາຍຮູບຫຼາຍແບບຂອງໂລກ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top