• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເລີ່ມດຳເນີນລາຍການ “Live fully in Vietnam”ຕ້ອນຮັບແຂກທ່ອງທ່ຽວ

      ໃນວັນທີ 20 ພະຈິກ, ຝຸກວັກໄດ້ຕ້ອນຮັບແຂກທ່ອງທ່ຽວ ສ.ເກົາຫຼີ 204 ຄົນ ຕາມໂຄງການທົດລອງການຕ້ອນຮັບແຂກທ່ອງທ່ຽວສາກົນ ທີ່ມີ “ Passport ວັກຊິນ”.
ພາບປະກອບ: VGP
      ເພື່ອເພີ່ມທະວີການໂຄສະນາເປີດປະຕູຕ້ອນຮັບແຂກທ່ອງທ່ຽວ, ກົມໃຫຍ່ການທ່ອງທ່ຽວໄດ້ຜັນຂະຫຍາຍບັ້ນສົ່ງເສີມ, ໂຄສະນາທີ່ມີຊື່ວ່າ “ Live fully in Vietnam” ຕິດພັນກັບຊຸດເຄື່ອງໝາຍການຄ້າການທ່ອງທ່ຽວ ແຫ່ງຊາດ : Vietnam Timeless Charm. ສານ “Live fully in Vietnam” ມີຄວາມໝາຍເຊື້ອເຊີນແຂກທ່ອງທ່ຽວສາກົນ ກັບມາ ຫວຽດນາມ, ໂດຍແມ່ນສະຖານທີ່ປອດໄພ ແລະ ດຶງດູດໃຈ, ເຕັມໄປດ້ວຍພະລັງຊີວິດ ດ້ວຍທຳມະຊາດທີ່ສວຍສົດງົດງາມ, ຫາດຊາຍທະເລທີ່ເຕັມໄປດ້ວຍແສງແດດລົມ, ພື້ນຖານວັດທະນະທຳທີ່ເຕັມໄປດ້ວຍສີສັນຊາດ.
      ໃນວັນທີ 20 ພະຈິກ, ຝຸກວັກໄດ້ຕ້ອນຮັບແຂກທ່ອງທ່ຽວ ສ.ເກົາຫຼີ 204 ຄົນ ຕາມໂຄງການທົດລອງການຕ້ອນຮັບແຂກທ່ອງທ່ຽວສາກົນ ທີ່ມີ “ Passport ວັກຊິນ”. ກ່າວຄຳເຫັນທີ່ພິທີຕ້ອນຮັບຄະນະແຂກທ່ອງທ່ຽວສາກົນ ຢູ່ສະໜາມບິນຝຸກວັກ ໃນວັນທີ 20 ພະຈິກ, ທ່ານ ຫງວຽນຈຸ່ງແຄັງ ຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ ນີ້ແມ່ນເຫດການເປີດສາກຢ່າງເປັນທາງການ, ປະກາດ ຫວຽດນາມ ຈະເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນ ກັບມາ ພາຍຫຼັງຖືກຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ມາເປັນເວລາເກືອບ 2 ປີ ແລະ ສ້າງບາດກ້າວໃໝ່ໃນຄວາມມານະພະຍາຍາມຟື້ນຟູຂະແໜງການທ່ອງທ່ຽວຂອງຫວຽດນາມ, ມຸ່ງໄປເຖິງການເປີດປະຕູ ແລະ ພັດທະນາເສດຖະກິດໃນສະພາບປົກກະຕິໃໝ່ ເທື່ອລະກ້າວ.
(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top