• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປີດປະຕູການທ່ອງທ່ຽວທັງໝົດເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ

ແຕ່ວັນທີ 15 ມີນາປີ 2022, ຫວຽດນາມໄດ້ທົດລອງເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນແລະຮອດວັນທີ 1 ພຶດສະພາປີ 2022 ຫວຽດນາມໄດ້ເປີດປະຕູການທ່ອງທ່ຽວທັງໝົດເພື່ອຮັບໃຊ້ນັກທ່ອງທ່ຽວສາກົນ. ໃນເງື່ອນໄຂເປັນປົກກະຕິໃຫມ່, ຫວຽດນາມໄດ້ຍົກເລີກຫລາຍຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນເມື່ອມາທ່ຽວຢູ່ຫວຽດນາມ.

ແຕ່ວັນທີ 15 ມີນາປີ 2022, ຫວຽດນາມໄດ້ທົດລອງເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນແລະຮອດວັນທີ 1 ພຶດສະພາປີ 2022 ຫວຽດນາມໄດ້ເປີດປະຕູການທ່ອງທ່ຽວທັງໝົດເພື່ອຮັບໃຊ້ນັກທ່ອງທ່ຽວສາກົນ. ໃນເງື່ອນໄຂເປັນປົກກະຕິໃຫມ່, ຫວຽດນາມໄດ້ຍົກເລີກຫລາຍຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນເມື່ອມາທ່ຽວຢູ່ຫວຽດນາມ.

    

ຫວຽດນາມ ເປີດກວ້າງຂອບເຂດສຳລັບນັກທ່ອງທ່ຽວສາກົນ ມາທ່ຽວຢູ່ ຫວຽດນາມ ແລະ ນັກທ່ອງທ່ຽວພາຍໃນປະເທດ ໄປທ່ຽວຢູ່ຕ່າງປະເທດ. (ພາບປະກອບ:baochinhphu.vn)

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ທາບທາມ, ຄົ້ນຄ້ວາບົດຮຽນຂອງຫລາຍປະເທດກ່ຽວກັບການເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນ ເພື່ອໝູນໃຊ້ໃຫ້ເໝາະສົມກັບສະພາບການຢູ່ ຫວຽດນາມ. ຫວຽດນາມ ໄດ້ເປີດກວ້າງຂອບເຂດສຳລັບເປົ້າໝາຍແມ່ນນັກທ່ອງທ່ຽວສາກົນມາທ່ຽວຢູ່ ຫວຽດນາມ (inbound) ແລະນັກທ່ອງທ່ຽວໄປທ່ຽວຢູ່ຕ່າງປະເທດ(outbound). ນັກທ່ອງທ່ຽວສາກົນອາດຈະເຂົ້າມາຫວຽດນາມຜ່ານທາງອາກາດ, ທາງບົກ, ທາງທະເລຫາກບໍ່ແມ່ນມີພຽງແຕ່ທາງອາກາດຄືໃນໄລຍະທົດລອງ. ເພື່ອຮັບປະກັນວິທີຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ມີຄວາມປອດໄພແລະມີປະສິດທິຜົນ, ຫົວຫນ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຫງວຽນຈູ່ງແຄງໃຫ້ຮູ້ວ່າ:

“ປະກາດໃຊ້ເອກະສານແນະນຳລະບຽບການເຂົ້າ-ອອກເມືອງ ໃຫ້ຮັບປະກັນຄວາມປອດໄພດ້ານສາທາລະນະສຸກຢູ່ບັນດາດ່ານຊາຍແດນສາກົນ ແລະ ຜັນຂະຫຍາຍຢ່າງເປັນລະບົບໃນທົ່ວປະເທດ. ຟື້ນຟູນະໂຍບາຍຍົກເວັ້ນວິຊາ ເຂົ້າ-ອອກເມືອງ ທີ່ໄດ້ນຳໃຊ້ສຳລັບບັນດາຕະຫລາດນັກທ່ອງທ່ຽວສາກົນ ໃນໄລຍະກ່ອນປີ 2020. ເພີ່ມອັດຕາການເຊື່ອມຕໍ່ບັນດາສາຍການບິນການຄ້າສາກົນເປັນປົກກະຕິເພື່ອຮັບໃຊ້ນັກທ່ອງທ່ຽວ”

ບັນດາທ້ອງຖິ່ນສືບຕໍ່ຫັນຜະລິດຕະພັນທ່ອງທ່ຽວເປັນຫລາຍຮູບແບບດ້ວຍເລື່ອງນຳເອົາປັດໄຈດ້ານວັດທະນະທຳເຂົ້າໃນບັນດາຜະລິດຕະພັນທ່ອງທ່ຽວທີ່ມີຢູ່ແລ້ວໃນປະຈຸບັນ, ເພີ່ມການລົງຕົວຈິງໃຫ້ນັກທ່ອງທ່ຽວ. ທ່ານບຸ່ຍວັນແມ້ງ, ຫົວຫນ້າພະແນກທ່ອງທ່ຽວແຂວງນິງບີ່ງໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຈະຍູ້ແຮງການສົ່ງເສີມໂຄສະນາເພື່ອເຂົ້າເຖິງບັນດາຕະຫລາດນັກທ່ອງທ່ຽວສາກົນທີ່ມີຄວາມສາມາດບົ່ມຊ້ອນ, ຍົກສູງຄຸນນະພາບການບໍລິການ, ສ້າງບັນດາຜະລິດຕະພັນການທ່ອງທ່ຽວຄືນໃຫມ່ແລະເພີ່ມເຕີມບັນດາຜະລິດຕະພັນທ່ອງທ່ຽວໃຫມ່ອີກເພື່ອຕອບສະຫນອງຄວາມຕ້ອງການທີ່ນັບມື້ນັບສູງຂອງນັກທ່ອງທ່ຽວ”.

ໄຕມາດ 1 ປີ 2022, ນັກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ບັນລຸເກືອບ 91.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 90% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ບັນດາສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ຊື່ງນັກທ່ອງທ່ຽວຄົ້ນຫາຫລາຍສຸດ ແມ່ນ: ຮ່າໂນ້ຍ, ຮ້າລອງ, ເຫ້ວ, ດ່າຫນັງ, ໂຮ້ຍອານ, ດາລາດ, ຫວູງເຕົາ, ນະຄອນ ໂຮ່ຈີມິນ, ຟູກວັກ.  ອ້າຍ Damien Devillian, ນັກທ່ອງທ່ຽວ ມາຈາກ ສິງກະໂປ ໃຫ້ຮູ້ວ່າ:

“ຂ້າພະເຈົ້າ ມາທ່ຽວຢູ່ ຫວຽດນາມ ສອງສາມຄັ້ງແລ້ວ ແລະ ຂ້າພະເຈົ້າຄິດວ່າ ຫວຽດນາມ ແມ່ນປະເທດສວຍງາມ ເພາະໃນປະເທດ ເຖິງວ່າມີຫລາຍແຫ່ງແຕກຕ່າງກັນ, ແຕ່ລະເຂດພາກລ້ວນແຕ່ມີທິວທັດທຳມະຊາດ, ສະຖານທີ່ທ່ອງທ່ຽວດູດດຶ່ມທີ່ແຕກຕ່າງ. ນັ້ນແມ່ນ ສາຍເຫດທີ່ຂ້າພະເຈົ້າເລືອກເຟັ້ນໄປທ່ຽວຢູ່ ຫວຽດນາມ. ເມື່ອໄດ້ຮັບຂ່າວວ່າ ຫວຽດນາມ ເປີດປະຕູການທ່ອງທ່ຽວທັງໝົດແລ້ວ ຂ້າພະເຈົ້າຈອງປີ້ຍົນໄປເລີຍ”.

ປີ 2022, ຂະແຫນງທ່ອງທ່ຽວສູ້ຊົນຕ້ອນຮັບນັກທ່ອງທ່ຽວ 65 ລ້ານເທື່ອຄົນ, ໃນນັ້ນນັກທ່ອງທ່ຽວຕ່າງປະເທດ 5 ລ້ານເທື່ອຄົນ. ລາຍຮັບຈາກການທ່ອງທ່ຽວບັນລຸປະມານ 17,5 ຕື້  USD. ເລື່ອງເປີດປະຕູການທ່ອງທ່ຽວສາກົນປະກອບສ່ວນປະຕິບັດ “ເປົ້າໝາຍຄວບຄູ່” ຂອງລັດຖະບານທັງປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງຟື້ນຟູເສດຖະກິດໃນຂົງເຂດການທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top