ຕອນເຊົ້າວັນທີ 26 ກຸມພາ, ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM), ຈັດຂຶ້ນຢູ່ Penang, ປະເທດ ມາເລເຊຍ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ Dato’ Seri Mohamed Khaled bin Nordin. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນເອກ ຫງວຽນເຕິນເກືອງ, ກຳມະການສູນກາງພັກ, ກຳມະການຜູ້ປະຈຳການຄະນະພັກທະຫານສູນກາງ, ຜູ້ບັນຊາການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຫງວຽນເຕີນເກືອງ ໄດ້ສະເໜີການກຳນົດທິດຈຳນວນໜຶ່ງສຳລັບ ADMM ແລະ ADMM+; ທ່ານຕີລາຄາສູງຖະແຫຼງການຫົວເລື່ອງສະເພາະກ່ຽວກັບການຮ່ວມມືໃນຂົງເຂດປັນຍາປະດິດດ້ານປ້ອງກັນຊາດ ໂດຍທ່ານປະທານ ມາເລເຊຍ ໄດ້ສະເໜີ ຮັບຮອງເອົາທີ່ກອງປະຊຸມຄັ້ງນີ້, ສະແດງໃຫ້ເປັນເລື່ອງເປັນເຈົ້າການ, ມີປະກິລິຍາຢ່າງທັນການຂອງ ADMM ໃນສະພາບບັນຫາຄຸ້ມຄອງປັນຍາປະດິດພວມດຶງດູດຄວາມສົນໃຈຂອງທົ່ວໂລກ ກໍຄືຢູ່ພາກພື້ນ. ກະຊວງປ້ອງກັນປະເທດ ຫວຽດນາມ ປາດຖະໜາວ່າ, ບັນດາປະເທດຈະເສີມຂະຫຍາຍບົດບາດ, ທ່າແຮງຂອງຕົນ, ແບ່ງປັນບົດຮຽນ, ປະກອບສ່ວນໃຫ້ຫຼາຍກວ່າເກົ່າ, ປະກອບສ່ວນຍົກສູງກຳລັງຄວາມສາມາດລວມຂອງ ອາຊຽນ.