• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນປະທານກອງປະຊຸມກ່ຽວກັບ ຊູດັງໃຕ້ ຢູ່ສະຫະປະຊາຊາດ

      ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ກະຕຸກຊຸກຍູ້ໃຫ້ລັດຖະບານ ຊູດັງໃຕ້ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີການຮ່ວມມືກວ່າອີກໃນການຜັນຂະຫຍາຍບັນດາມະຕິກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງ
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ
(ພາບ: TTXVN)
      ວັນທີ 18 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ, ດ້ວຍຖານະເປັນປະທານຄະນະກຳມະການຂຶ້ນກັບຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບ ຊູດັງໃຕ້ (ຄະນະກຳມະການ 2206), ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ເປັນປະທານກອງປະຊຸມຂອງຄະນະກຳມະການ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ກະຕຸກຊຸກຍູ້ໃຫ້ລັດຖະບານ ຊູດັງໃຕ້ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີການຮ່ວມມືກວ່າອີກໃນການຜັນຂະຫຍາຍບັນດາມະຕິກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງ, ໃນນັ້ນມີມະຕິເລກທີ 2577, ເພື່ອແນໃສ່ມຸ່ງໄປເຖິງເລື່ອງລົບລ້າງຄຳສັ່ງຂວ້ຳບາດຫ້າມອາວຸດສຳລັບ ຊູດັງໃຕ້ ເມື່ອເງື່ອນໄຂອະນຸຍາດ. ນອກນັ້ນ, ຄວນເພີ່ມທະວີການເຈລະຈາ ແລະ ການຮ່ວມມືລະຫວ່າງກຸ່ມນັກຊ່ຽວຊານກ່ຽວກັບ ຊູດັງໃຕ້ (PoE) ກັບ ຊູດັງໃຕ້ ແລະ ບັນດາປະເທດໃນພາກພື້ນ.
        ແລະກໍ່ໃນວັນດຽວກັນ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມ ແລະ ຮັບຮອງເອົາມະຕິກ່ຽວກັບສະພາບການຢູ່ມຽນມາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ຢ້ຳຄືນຄຳຮຽກຮ້ອງໃຫ້ທຸກຝ່າຍຢູ່ ມຽນມາ ຈົ່ງຢຸດຕິການໃຊ້ຄວາມຮຸນແຮງໂດຍທັນທີ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ເລີ່ມເຄື່ອນໄຫວການເຈລະຈາໄກ່ເກ່ຍ.
 (ແຫຼ່ງຄັດຈາກ VOV)

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ລາ​ຊະ​ອາ​ນາ​ຈັກອັງ​ກິດ ປະ​ກາດ​ວ່າ ຈະ​ອອກ​ເງິນ​ດ້ວ​ຍ​ຈຳ​ນວນເງິນ 660 ລ້ານ​ປອນ (ເກືອບ 900 ລ້ານ USD) ໃຫ້​ແກ່ ຝະ​ລັ່ງ ໃນ​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ​ເຂດ​ຊາຍ​ແດນ​ສະ​ບັບ​ໃໝ່ ທີ່​ແກ່​ຍາວ​ໃນ​ເວ​ລາ 3 ປີ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ສະ​ພາບ​ຄົນ​ອົບ​ພະ​ຍົບ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝານ​ຜ່ານຊ່ອງ​ແຄບ​ທະ​ເລ Manche.

Top