ຂ່າວສານ ຫວຽດນາມ ເນັ້ນໜັກວ່າ ທຸກປະເທດ ຕ້ອງມີຄວາມຮັບຜິດຊອບເຄົາລົບ ກົດບັດ ສປຊ ແລະ ກົດໝາຍສາກົນ 26/04/2023 ເພື່ອຊຸກຍູ້ລັດທິຫຼາຍຝ່າຍໃຫ້ມີປະສິດທິຜົນ ທຸກໆປະເທດຕ້ອງມີຄວາມຮັບຜິດຊອບເຄົາລົບ ກົດບັດ ສປຊ ແລະ ກົດໝາຍສາກົນ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຂົ້າຮ່ວມກອງປະຊຸມ (ພາບ:VOV ປະຈຳ ອາເມລິກາ) ວັນທີ 24 ເມສາ, ທີ່ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືເປີດ ຂັ້ນລັດຖະມົນຕີດ້ວຍຫົວຂໍ້ວ່າ “ລັດທິຫຼາຍຝ່າຍມີປະສິດທິຜົນຜ່ານການປົກປ້ອງບັນດາຫຼັກການຂອງກົດບັດ ສປຊ”. ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ໃຫ້ຮູ້ວ່າ: ເພື່ອຊຸກຍູ້ລັດທິຫຼາຍຝ່າຍໃຫ້ມີປະສິດທິຜົນ ທຸກໆປະເທດຕ້ອງມີຄວາມຮັບຜິດຊອບເຄົາລົບ ກົດບັດ ສປຊ ແລະ ກົດໝາຍສາກົນ, ພິເສດແມ່ນບັນດາຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ບໍ່ນຳໃຊ້ ແລະ ນາບຂູ່ນຳໃຊ້ອາວຸດ, ແກ້ໄຂບັນດາການປະທະກັນບົນພື້ນຖານວິວັດການນິຕິກຳ ແລະ ການທູດໂດຍສັນຕິ. ພ້ອມກັນນັ້ນ, ກໍ່ຄວນໝູນໃຊ້ທຸກໆແຫຼ່ງກຳລັງ ແລະ ກາລະໂອກາດເພື່ອສະກັດກັ້ນການປະທະກັນ ແລະ ບັນລຸມາດຕະການເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ. ລັດທິຫຼາຍຝ່າຍຈະມີປະສິດທິຜົນ ຖ້າຫາກມີເຈດຕະນາດີ, ເຄົາລົບ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນດ້ວຍນ້ຳໃຈເປີດເຜີຍ, ກວມລວມ ແລະ ສະເໝີພາບ. (ແຫຼ່ງຄັດຈາກ VOV)

ເພື່ອຊຸກຍູ້ລັດທິຫຼາຍຝ່າຍໃຫ້ມີປະສິດທິຜົນ ທຸກໆປະເທດຕ້ອງມີຄວາມຮັບຜິດຊອບເຄົາລົບ ກົດບັດ ສປຊ ແລະ ກົດໝາຍສາກົນ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຂົ້າຮ່ວມກອງປະຊຸມ (ພາບ:VOV ປະຈຳ ອາເມລິກາ) ວັນທີ 24 ເມສາ, ທີ່ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືເປີດ ຂັ້ນລັດຖະມົນຕີດ້ວຍຫົວຂໍ້ວ່າ “ລັດທິຫຼາຍຝ່າຍມີປະສິດທິຜົນຜ່ານການປົກປ້ອງບັນດາຫຼັກການຂອງກົດບັດ ສປຊ”. ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ໃຫ້ຮູ້ວ່າ: ເພື່ອຊຸກຍູ້ລັດທິຫຼາຍຝ່າຍໃຫ້ມີປະສິດທິຜົນ ທຸກໆປະເທດຕ້ອງມີຄວາມຮັບຜິດຊອບເຄົາລົບ ກົດບັດ ສປຊ ແລະ ກົດໝາຍສາກົນ, ພິເສດແມ່ນບັນດາຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ບໍ່ນຳໃຊ້ ແລະ ນາບຂູ່ນຳໃຊ້ອາວຸດ, ແກ້ໄຂບັນດາການປະທະກັນບົນພື້ນຖານວິວັດການນິຕິກຳ ແລະ ການທູດໂດຍສັນຕິ. ພ້ອມກັນນັ້ນ, ກໍ່ຄວນໝູນໃຊ້ທຸກໆແຫຼ່ງກຳລັງ ແລະ ກາລະໂອກາດເພື່ອສະກັດກັ້ນການປະທະກັນ ແລະ ບັນລຸມາດຕະການເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ. ລັດທິຫຼາຍຝ່າຍຈະມີປະສິດທິຜົນ ຖ້າຫາກມີເຈດຕະນາດີ, ເຄົາລົບ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນດ້ວຍນ້ຳໃຈເປີດເຜີຍ, ກວມລວມ ແລະ ສະເໝີພາບ.
ບັນດາບົດຕໍ່ໄປ ສະພາສູງອາເມລິກາ ຮັບຮອງເອົາງົບປະມານປ້ອງກັນປະເທດ ສູງລະດັບສະຖິຕິ19/12/2025ຂ່າວສານຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ. ງານພົບປະແລກປ່ຽນວັດທະນະທຳນັກສຶກສາ ຫວຽດນາມ - ລາວ19/12/2025ຂ່າວສານປະກາດແຜນທີ່ລະບົບມູນຄ່າຂະແໜງໄຟຟ້າ, ເອເລັກໂຕນິກ ຫວຽດນາມ19/12/2025ຂ່າວສານກະຊວງພາຍໃນຢືນຢັນຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ ແລະ ຮັບປະກັນສິດທິມະນຸດ19/12/2025ຂ່າວສານກອງປະຊຸມຂອງ ອາຊຽນ ກ່ຽວກັບ ສະພາບການ ໄທ ແລະ ກຳປູເຈຍ ທີ່ຈະຈັດຂຶ້ນໃນວັນທີ 22 ທັນວາ19/12/2025ຂ່າວສານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ “ປະພາຄານ” ໃນ ອາຊຽນ18/12/2025ຂ່າວສານການນຳພັກ, ລັດຢ້ຽມຢາມ, ອວຍພອນພໍ່ແມ່ພີ່ນ້ອງຊາວຄຼິດ, ໂປເຕັດສະຕັງ ເນື່ອງໃນໂອກາດວັນບຸນຄຼິດສະມາດ18/12/2025ຂ່າວສານ ອ່ານເພີ່ມ