ຂ່າວສານ

ຫວຽດນາມ ເນັ້ນໜັກວ່າ ທຸກປະເທດ ຕ້ອງມີຄວາມຮັບຜິດຊອບເຄົາລົບ ກົດບັດ ສປຊ ແລະ ກົດໝາຍສາກົນ

ເພື່ອຊຸກຍູ້ລັດທິຫຼາຍຝ່າຍໃຫ້ມີປະສິດທິຜົນ ທຸກໆປະເທດຕ້ອງມີຄວາມຮັບຜິດຊອບເຄົາລົບ ກົດບັດ ສປຊ ແລະ ກົດໝາຍສາກົນ
  ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຂົ້າຮ່ວມກອງປະຊຸມ (ພາບ:VOV ປະຈຳ ອາເມລິກາ)  
ວັນທີ 24 ເມສາ, ທີ່ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືເປີດ ຂັ້ນລັດຖະມົນຕີດ້ວຍຫົວຂໍ້ວ່າ “ລັດທິຫຼາຍຝ່າຍມີປະສິດທິຜົນຜ່ານການປົກປ້ອງບັນດາຫຼັກການຂອງກົດບັດ ສປຊ”. ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ໃຫ້ຮູ້ວ່າ: ເພື່ອຊຸກຍູ້ລັດທິຫຼາຍຝ່າຍໃຫ້ມີປະສິດທິຜົນ ທຸກໆປະເທດຕ້ອງມີຄວາມຮັບຜິດຊອບເຄົາລົບ ກົດບັດ ສປຊ ແລະ ກົດໝາຍສາກົນ, ພິເສດແມ່ນບັນດາຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ບໍ່ນຳໃຊ້ ແລະ ນາບຂູ່ນຳໃຊ້ອາວຸດ, ແກ້ໄຂບັນດາການປະທະກັນບົນພື້ນຖານວິວັດການນິຕິກຳ ແລະ ການທູດໂດຍສັນຕິ. ພ້ອມກັນນັ້ນ, ກໍ່ຄວນໝູນໃຊ້ທຸກໆແຫຼ່ງກຳລັງ ແລະ ກາລະໂອກາດເພື່ອສະກັດກັ້ນການປະທະກັນ ແລະ ບັນລຸມາດຕະການເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ. ລັດທິຫຼາຍຝ່າຍຈະມີປະສິດທິຜົນ ຖ້າຫາກມີເຈດຕະນາດີ, ເຄົາລົບ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນດ້ວຍນ້ຳໃຈເປີດເຜີຍ, ກວມລວມ ແລະ ສະເໝີພາບ.

top