• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຊື່ອໝັ້ນວ່າ ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຈະບັນລຸໄດ້ຜົນງານທີ່ເປັນໜ້າຊື່ນຊົມໃຫຍ່ໃນປີ 2022

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດາວງອກຢູງ ເຊື່ອໝັ້ນວ່າ ບັນດາຂໍ້ລິເລີ່ມຂອງ ອາຊຽນ ໃນໄລຍະມໍ່ໆມານີ້ ໃນການເພີ່ມທະວີບົດບາດຂອງຊາວໝຸ່ມອາຊຽນ ກໍ່ຈະປະກອບສ່ວນສ້າງປະຊາຄົມອາຊຽນ ສະໜິດຕິດພັນ ແລະ ພັດທະນາແບບຍືນຍົງ.
  ກອງປະຊຸມສະມັດຊາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ( ASCC) ຄັ້ງທີ 27 ດ້ວຍຫົວຂໍ້ວ່າ “ອາຊຽນ ກະທຳ-ພ້ອມກັນແກ້ໄຂສິ່ງທ້າທາຍ”  

 ໃນຕອນເຊົ້າວັນທີ 30 ມີນາ ໄດ້ຈັດກອງປະຊຸມສະມັດຊາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ( ASCC) ຄັ້ງທີ 27 ດ້ວຍຫົວຂໍ້ວ່າ “ອາຊຽນ ກະທຳ-ພ້ອມກັນແກ້ໄຂສິ່ງທ້າທາຍ” ນີ້ຕາມຮູບແບບອອນລາຍ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີ/ຫົວໜ້າຄະນະບັນດາປະເທດອາຊຽນ ທີ່ຮັບຜິດຊອບ ປະຊາຄົມວັດທະນະທຳ-ສັງຄົມ, ເລຂາທິການໃຫຍ່ອາຊຽນ ແລະ ຄະນະເລຂາອາຊຽນ. ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ໃນກອງປະຊຸມ, ຜູ້ແທນໄດ້ປຶກສາຫາລືກ່ຽວກັບບຸລິມະສິດ, ບັນດາເອກະສານຂໍ້ສະເໜີກໍ່ສ້າງເພື່ອຢື້ນສະເໜີຮັບຮອງເອົາຢູ່ປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ແລະ 41 ເຊີ່ງຈະໄດ້ຈັດຂຶ້ນໃນເດືອນ ພະຈິກ ຈະມາເຖິ່ງນີ້; ແບ່ງປັນທັດສະນະກ່ຽວກັບບັນຫາຄວນເອົາໃຈໃສ່ ແລະ ການກໍານົດທິດພັດທະນາຂອງອາຊຽນໃນເວລາທີ່ຈະມາເຖິງເພື່ອແນໃສ່ວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ   ດາວງອກຢູງ ເຊື່ອໝັ້ນວ່າ ບັນດາຂໍ້ລິເລີ່ມຂອງ ອາຊຽນ ໃນໄລຍະມໍ່ໆມານີ້ ໃນການເພີ່ມທະວີບົດບາດຂອງຊາວໝຸ່ມອາຊຽນ ກໍ່ຈະປະກອບສ່ວນສ້າງປະຊາຄົມອາຊຽນ ສະໜິດຕິດພັນ ແລະ ພັດທະນາແບບຍືນຍົງ.

ບັນດາບຸລິມະສິດ ແລະ ຄວາມມານະພະຍາຍາມຂອງປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ນັນມື້ນັບສະແດງໃຫ້ເຫັນບົດບາດຂອງປະຊາຄົມນີ້ໃນການຜູກພັນລະຫວ່າງຄົນກັບຄົນ, ຖືເອົາມະນຸດເປັນໃຈກາງຂອງການພັດທະນາແບບຍືນຍົງ ແລະ ບໍ່ປະໃຫ້ໃຜຕົກຢູ່ທາງຫຼັງ. ສິ່ງທ້າທາຍໃນປັດຈຸບັນບໍ່ໄດເຮັດໃຫ້ການຮ່ວມມືຂອງອາຊຽນຫຼຸດໜ້ອຍຖອຍລົງ, ແຕ່ຍັງຍູ້ແຮງຄໍາໝັ້ນສັນຍາຂອງປະຊາຄົມວັດທະນະທໍາ-ສັງຄົມຕື່ມອີກ.

ທ່ານລັດຖະມົນຕີ ດາວງອກຢູງກໍ່ໄດ້ແບ່ງປັນຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອຟື້ນຟູພາຍຫຼັງພະຍາດໂຄວິດ - 19, ທ່ານໃຫ້ຮູ້ວ່າ ດ້ວຍບັນດານະໂຍບາຍຮັບມືກັບພະຍາດ ໂຄວິດ - 19 ແລະ ຄວາມມານະພະຍາຍາມໃນໄລຍະຜ່ານມາ, ລັດຖະບານຫວຽດນາມ ໄດ້ຊ່ວຍເຫຼືອ ປະຊາຊົນໄນກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ, ສຸມໃສ່ພັດທະນາເສດຖະກິດສັງຄົມ ເປີດປະຕູການທ່ອງທ່ຽວ ແລະ ເປີດໂຮງຮຽນຄືນໃໝ່.


(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

ນາຍົກລັດຖະມົນຕີສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງວັດທະນະທຳທີ່ເປັນເອກະລັກສະເພາະ, ຄວາມໝາຍສຳຄັນພິເສດຂອງບຸນປີໃໝ່ Chol Chnam Thmay ແລະ ຂໍອວຍພອນໃຫ້ທຸກຄົນຈົ່ງມີໂຊກມີໄຊ

Top