• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມເວທີປາໄສການສຶກສາ ໂລກ 2022

ໃນຂອບເຂດ EWF 2022, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ຫງວຽນຮ່ວາງລອງ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງສຶກສາ ອາຊຽນ ພາຍໃຕ້ການເປັນປະທານຂອງທ່ານ Alex Burghart ຮອງລັດຖະມົນຕີກະຊວງສຶກສາດ້ານທັກສະ ຂອງ ອັງກິດ.
  ເວທີປາໄສມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງສຶກສາ ທີ່ມາຈາກກ່ວາ 100 ປະເທດ (ພາບ: TTXVN)  

 ວັນທີ 23 ພຶດສະພາ, ເວທີປາໄສການສຶກສາໂລກ (EWF) 2022 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ລອນດອນ (ປະເທດ ອັງກິດ), ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີກະຊວງສຶກສາທີ່ມາຈາກກ່ວາ 100 ປະເທດ ໃນທົ່ວໂລກ ພ້ອມກັບຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານ. ດ້ວຍຫົວຂໍ້ “ການສຶກສາ: ສ້າງອະນາຄົດຢ່າງໝັ້ນແກ່ນກ່ວາ, ກ້າຫານກ່ວາ ແລະ ດີງາມກ່ວາ”, ເວທີປາໄສປີນີ້ໄດ້ປຶກສາຫາລືວິທີການນຳໃຊ້ເຕັກໂນໂລຢີ, ປັນຍາປະດິດ ແລະ ບົດຮຽນປະສົບການເປັນໄມ້ງັດ ເພື່ອປັບປຸງລະບົບການສຶກສາ ແລະ ບັນດາພື້ນຖານເສດຖະກິດທົ່ວໂລກ.

ໃນຂອບເຂດ EWF 2022, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ຫງວຽນຮ່ວາງລອງ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງສຶກສາ ອາຊຽນ ພາຍໃຕ້ການເປັນປະທານຂອງທ່ານ Alex Burghart ຮອງລັດຖະມົນຕີກະຊວງສຶກສາດ້ານທັກສະ ຂອງ ອັງກິດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ ຢັ້ງຢືນວ່າ ການສຶກສາ ແມ່ນໜຶ່ງໃນບັນດາບຸລິມະສິດຂອງ ອາຊຽນ ແລະ EWF 2022 ແມ່ນກາລະໂອກາດໃຫຍ່ເພື່ອໃຫ້ບັນດາປະເທດອາຊຽນຊອກຫາວິທີການຮ່ວມມືກັບ ອັງກິດ ແລະ ບັນດາປະເທດໃນພາກພື້ນ, ບໍ່ພຽງແຕ່ໃນຂົງເຂດການສຶກສາເທົ່ານັ້ນ ຫາກຍັງໃນດ້ານເສດຖະກິດອີກດ້ວຍ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມຫວັງຢາກຮ່ວມມືກັບ ອັງກິດ ເພື່ອປະຕິບັດຄຳໝັ້ນສັນຍາທີ່ໄດ້ຍົກອອກມາຢູ່ COP 26, ກໍ່ຄືໃນຂົງເຂດພັດທະນາທັກສະ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top