• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ASEAN + 3, ຂັ້ນສູງອາຊີຕາເວັນອອກ, ເວທີປາໄສພາກພື້ນ ອາຊຽນ

ບັນດາກອງປະຊຸມໄດ້ທົບທ້ວນຄືນສະພາບການຮ່ວມມື ແລະ ເປັນເອກະພາບກຳນົດທິດການພັດທະນາບັນດາຂອບເຂດທີ່ກ່ຽວຂ້ອງໃນໄລຍະຈະມາເຖິງ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ, ຫົວໜ້າ SOM ASEAN ຫວຽດນາມ (ພາບ: TTXVN)
ໂດຍສືບຕໍ່ບັນດາກອງປະຊຸມຂັ້ນສູງ ອາຊຽນ (SOM ASEAN), ໃນວັນທີ 07 – 08 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ, ຫົວໜ້າ SOM ASEAN ຫວຽດນາມ, ໄດ້ເຂົ້າຮ່ວມບັນດາກອງປະຊຸມ SOM ASEAN +3, ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF). ບັນດາກອງປະຊຸມໄດ້ທົບທ້ວນຄືນສະພາບການຮ່ວມມື ແລະ ເປັນເອກະພາບກຳນົດທິດການພັດທະນາບັນດາຂອບເຂດທີ່ກ່ຽວຂ້ອງໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ສະເໜີໃຫ້ບັນດາປະເທດໃຫ້ບຸລິມະສິດໃນການປັບປຸງ ແລະ ເສີມຂະຫຍາຍບົດບາດຂອງບັນດາຂອບເຂດ ASEAN+3, EAS ແລະ ARF ກັບ ASEAN ສວມບົດບາດໃຈກາງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນະລະພາບ, ສ້າງຄວາມສະດວກ ໃຫ້ແກ່ຄວາມມານະພະຍາຍາມ ເພື່ອຊຸກຍູ້ການຮ່ວມມືຢ່າງແທດຈິງ, ພັດທະນາເຂດອະນຸພາກພື້ນ, ລວມທັງເຂດອະນຸພາກພື້ນແມ່ນ້ຳຂອງ, ມຸ່ງໄປເຖິງການເຕີບໂຕກວມລວມ ແລະ ການພັດທະນາແບບຍືນຍົງ…ໃນບົດບາດເປັນປະທານຮ່ວມກອງປະຊຸມກຸ່ມກາງສະໄໝ ARF ກ່ຽວກັບການກູ້ໄພກູ້ຊີບທຳມະຊາດ (ISM-DR) ໄລຍະເດືອນ ກໍລະກົດ 2023 - ກໍລະກົດ 2026, ທ່ານຮອງລັດຖະມົນຕີ ໄດ້ແບ່ງປັນແຜນການບັນດາການເຄື່ອນໄຫວ ຈະໄດ້ຜັນຂະຫຍາຍໃນໄລຍະຈະມາເຖິງ; ພ້ອມທັງແຈ້ງໃຫ້ຊາບການເຄື່ອນໄຫວຈຳນວນໜຶ່ງເຊິ່ງ ຫວຽດນາມ ຈະເປັນປະທານຮ່ວມຈັດຕັ້ງໃນປີກາງສະໄໝ 2024 – 2025.

(ແຫຼ່ງຄັດຈາກ VOV)

ສະພາແຫ່ງຊາດຖອນເວລາ 3 ເດືອນຂອງອາຍຸການຊຸດທີ 15, ກຳນົດວັນເລືອກຕັ້ງແມ່ນ 15 ມີນາ 2026

ສະພາແຫ່ງຊາດຖອນເວລາ 3 ເດືອນຂອງອາຍຸການຊຸດທີ 15, ກຳນົດວັນເລືອກຕັ້ງແມ່ນ 15 ມີນາ 2026

ຕາມນັ້ນແລ້ວ ສະພາແຫ່ງຊາດຕົກລົງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ແມ່ນວັນທີ 15 ມີນາ 2026.

Top