• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມມະຫາສະໝຸດສະຫະປະຊາຊາດ

ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ບັນຫາປົກປ້ອງສິ່ງມີຊີວິດຢູ່ທະເລ (Plankton).
ທ່ານາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບປະກອບ: VGP)

ວັນທີ 08 ມິຖຸນາ, ເປັນຄັ້ງທຳອິດທີ່ຄະນະຈັດກອງປະຊຸມມະຫາສະໝຸດສະຫະປະຊາຊາດຄັ້ງທີ 3 (UNOC 3) ຢູ່ນະຄອນ Nice, ປະເທດ ຝລັ່ງ ໄດ້ປະກາດບັນຊີລາຍຊື່ບັນດາປະມຸກລັດ ແລະ ລັດຖະບານເຂົ້າຮ່ວມເຫດການ. ມີປະມຸກລັດ ແລະ ລັດຖະບານ 63 ທ່ານໄດ້ເຂົ້າຮ່ວມເຫດການ. ຝ່າຍ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບຄະນະຜູ້ແທນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ບັນຫາປົກປ້ອງສິ່ງມີຊີວິດຢູ່ທະເລ (Plankton). ສຳລັບບັນດາສິ່ງມີຊີວິດດັ່ງກ່າວ, ມະນຸດບໍ່ສາມາດເຫັນໄດ້ດ້ວຍຕາແບບທຳມະດາ, ແຕ່ພັດມີຄວາມຈຳເປັນໃຫ້ແກ່ຊີວິດຂອງສັດທະເລປະເພດຕ່າງໆ, ຮັບປະກັນລະບົບອາຫານໃຫ້ແກ່ມະນຸດ. ບັນດາສິ່ງມີຊີວິດດັ່ງກ່າວພວມປະເຊີນໜ້າກັບຄວາມສ່ຽງຖືກສູນພັນ ເມື່ອອຸນຫະພູມຂອງມະຫາສະໝຸດນັບມື້ນັບອຸນຂຶ້ນ.

        ກອງປະຊຸມມະຫາສະໝຸດສະຫະປະຊາຊາດຄັ້ງທີ 3 ຈະແມ່ນໂອກາດເພື່ອໃຫ້ບັນດາການນຳໂລກປຶກສາຫາລື ແລະ ຊອກຫາມາດຕະການແກ້ໄຂ, ກໍຄືໃຫ້ຄຳໝັ້ນສັນຍາຕໍ່ເລື່ອງອານຸລັກຮັກສາທະເລໃນຊຸມທົດສະວັດຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top