• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ອາຊຽນ - ອີຢູ ຄັ້ງທີ 19

ໂດຍແມ່ນປະເທດປະສານງານໃນການພົວພັນ ອາຊຽນ - ອີຢູ, ຄະນະຜູ້ແທນຫວຽດນາມ ມີຫລາຍຄຳເຫັນປະກອບສ່ວນທີ່ກອງປະຊຸມ.
ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ (AEM) ຄັ້ງທີ 55  ແລະ ບັນດາກອງປະຊຸມກ່ຽວຂ້ອງຢູ່ ນະຄອນ Semarang ປະເທດ ອິນໂດເນເຊຍ, ວັນທີ 20 ສິງຫາ ໄດ້ດຳເນີນກອງປະຊຸມປືກສາຫາລືຂັ້ນລັດຖະມົນຕີເສດຖະກິດ ອາຊຽນ ແລະ ອີຢູ ຄັ້ງທີ 19. ໂດຍແມ່ນປະເທດປະສານງານໃນການພົວພັນ ອາຊຽນ - ອີຢູ, ຄະນະຜູ້ແທນຫວຽດນາມ ມີຫລາຍຄຳເຫັນປະກອບສ່ວນທີ່ກອງປະຊຸມ.

ຫວຽດນາມ ໄດ້ແບ່ງປັນໝາກຜົນຂອງລາຍການເຮັດວຽກກ່ຽວກັບການຄ້າ ແລະ ການລົງທຶນ ອາຊຽນ - ອີຢູ ໃນໄລຍະ 2022 – 2023, ເປັນຕົ້ນແມ່ນຍາດແຍ່ງຂອບເຂດກຸ່ມປະຕິບັດງານຮ່ວມ ອາຊຽນ - ອີຢູ ກ່ຽວກັບດ້ານການຄ້າ ແລະ ການລົງທຶນ ເພື່ອປຶກສາຫາລື, ແບ່ງປັນຂໍ້ມູນ ແລະ ພຶດຕິກຳໃຫ້ດີສຸດກ່ຽວກັບບັນດານະໂຍບາຍ ແລະ ຂໍ້ກຳນົດພາຍໃນປະເທດໃນທຸກຂົງເຂດການຮ່ວມມື ຊື່ງສອງຝ່າຍຕ່າງມີຜົນປະໂຫຍດ. ພ້ອມກັນນັ້ນ ຫວຽດນາມ ກໍ່ລາຍງານລາຍການເຮັດວຽກ ລະຫວ່າງ ອາຊຽນ ແລະ ອີຢູ ກ່ຽວກັບດ້ານການຄ້າ ແລະ ການລົງທຶນ ໄລຍະ 2024 – 2025 ແລະ ໄດ້ຮັບການເຫັນດີຈາກກອງປະຊຸມ.

 

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top