• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການ Darfur (ຊູດັງ)

      ຕອນບ່າຍວັນທີ 24 ເມສາ, ສະພາຄວາມໝັ້ນຄົງສປຊ ໄດ້ດຳເນີນກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ Darfur, ປະເທດ ຊູດັງ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານປະສົມ ສປຊ ແລະ ສະຫະພາບອາຟຼິກກາ ຢູ່ Darfur (UNAMID).

ຜູ້ແຫ່ປະທ້ວງເຕົ້າໂຮມຢູ່ນອກສຳນັກງານກອງທັບຢູ່ Khartoum ຊູດັງ ວັນທີ 3 ພຶດສະພາ 2019
(ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມຫ໋າຍແອັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປຊ,  ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ຮັບຮູ້ບັນດາຄວາມກ້າວໜ້າດ້ານການເມືອງ ແລະ ຄວາມໝັ້ນຄົງໃນໄລຍະຜ່ານມາຢູ່ ຊູດັງເວົ້າລວມ ແລະ Darfur ເວົ້າສະເພາະ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນໄລຍະຂ້າມຜ່ານ, ສືບຕໍ່ຊຸກຍູ້ວິວັດທະນາການເຈລະຈາສັນຕິພາບ, ແກ້ໄຂບັນດາບັນ ຫາຕົ້ນຕໍຂອງການປະທະກັນຢູ່ Darfur, ຕີລາຄາສູງບົດບາດຂອງ ສປຊ, ສະຫະພາບອາຟຼິກກາ ແລະ ບັນດາປະເທດໃນພາກພື້ນໃນການຊຸກຍູ້ການສ້າງສັນຕິພາບ ແລະ ສະຖຽນລະພາບ ຢູ່ ຊູດັງ. ທ່ານ ຟ້າມຫ໋າຍແອັງ ໄດ້ເນັ້ນໜັກເຖິງການສະໜັບສະໜູນການດັດປັບ UNAMID ແລະ ກ້າວໄປເຖິງການສ້າງຕັ້ງຄະນະຜູ້ແທນໃໝ່ຂອງ ສປຊ ໃຫ້ເໝາະສົມ ກັບການສະເໜີຂອງ ລັດຖະບານ ຊູດັງ, ສະພາບການຕົວຈິງ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສປຊ, ຍົກສູງບົດບາດຂອງແມ່ຍິງໃນວິວັດທະນາການສ້າງສັນຕິພາບ, ທ່ານຍັງເນັ້ນໜັກວ່າ ບັນຫານີ້ຕ້ອງສືບຕໍ່ໄດ້ເອົາໃຈໃສ່ໃນໄລຍະຫຼັງຂອງ UNAMID.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top