• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮ່ວມມືກັນຢ່າງແໜ້ນແຟ້ນກັບ ອາຊຽນ ໜູນຊ່ວຍ ມຽນມາ ກ້າວໄປສູ່ມາດຕະການແກ້ໄຂໂດຍສັນຕິວິທີ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ສະແດງຄວາມວິຕົກກັງວົນຂອງ ຫວຽດນາມ ກ່ຽວກັບສະພາບການຂອງ ມຽນມາ ໃນໄລຍະກວ່າ 2 ປີຜ່ານມາ ເຊິ່ງຍັງບໍ່ທັນມີສັນຍານວ່າ ຈະໄດ້ຮັບການປັບປຸງເທື່ອ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ (ພາບ: TTXVN)

ວັນທີ 16 ມີນາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77 ໄດ້ຈັດກອງປະຊຸມຢູ່ ນິວຢອກ, ອາເມລິກາ ເພື່ອປືກສາຫາລືສະພາບການ ມຽນມາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນຂອງ ຫວຽດນາມ ກ່ຽວກັບສະພາບການຂອງ ມຽນມາ ໃນໄລຍະກວ່າ 2 ປີຜ່ານມາ ເຊິ່ງຍັງບໍ່ທັນມີສັນຍານວ່າ ຈະໄດ້ຮັບການປັບປຸງເທື່ອ. ໃນສະພາບການນັ້ນ, ຫວຽດນາມ ເນັ້ນໜັກເຖິງເງື່ອນໄຂຕັດສິນຊີ້ຂາດແມ່ນບັນດາຝ່າຍທີ່ກ່ຽວຂ້ອງຕ້ອງລະງັບໃຈຢ່າງສຸດຂີດ, ຢຸດຕິການໃຊ້ຄວາມຮຸນແຮງ ແລະ ເລີ່ມດຳເນີນວິວັດການເຈລະຈາ ເພື່ອບັນລຸໄດ້ມາດຕະການແກ້ໄຂໂດຍສັນຕິວິທີ ແລະ ຍືນຍົງ, ສອດຄ່ອງກັບເຈດຈຳນົງ ແລະ ຜົນປະໂຫຍດຂອງປະຊາຊົນ ມຽນມາ. ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງປະຕິບັດຂໍ້ຄວາມເຫັນດີເຫັນພ້ອມ 5 ຂໍ້ ເຊິ່ງບັນດາການນຳ ອາຊຽນ ຮັບຮອງເອົານັ້ນຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຮັບປະກັນສິດສຳຜັດມະນຸດສະທຳ ແລະ ການແພດໃຫ້ແກ່ປະຊາຊົນໝົດທຸກຄົນ ແລະ ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ພິເສດແມ່ນປົກປ້ອງສາມັນຊົນ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນວ່າ, ດ້ວຍບົດບາດເປັນສະມາຊິກ ອາຊຽນ ແລະ ສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025, ຫວຽດນາມ ຈະສືບຕໍ່ສົມທົບກັບ ອາຊຽນ ແລະ ປະຊາຄົມສາກົນຢ່າງແໜ້ນແຟ້ນໃນການໜູນຊ່ວຍ ມຽນມາ ຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ການເຈລະຈາ, ເພີ່ມທະວີຄວາມເຂົ້າໃຈ ແລະ ຮັດແຄບຄວາມແຕກໂຕນກັນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top