• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ໜູນຊ່ວຍມຽນມາຢຸດຕິການໃຊ້ຄວາມຮຸນແຮງ ແລະ ສ້າງສະພາບການໃຫ້ມີສະຖຽນລະພາບ

      ວັນທີ 31 ມີນາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມກ່ຽວກັບສະພາບການຢູ່ ມຽນມາ ດ້ວຍຮູບການທາງອອນລາຍ. ນີ້ແມ່ນກອງປະຊຸມຄັ້ງທີ 3 ຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວເລື່ອງດັ່ງກ່າວໃນເວລາກ່ວາ 1 ເດືອນທີ່ຜ່ານມາ.
ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຂອງ ຫວຽດນາມ ຕໍ່ສະພາບການບິນຂັ້ນໄດໃນການໃຊ້ຄວາມຮຸນແຮງຢູ່ ມຽນມາ, ໃນນັ້ນມີບັນດາເຫດການທີ່ດຳເນີນໃນວັນທີ 27 ມີນາ ທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດໄດ້ກ່າວປະນາມ ແລະ ຮຽກຮ້ອງໃຫ້ຢຸດຕິບັນດາການໃຊ້ຄວາມຮຸນແຮງທີ່ເລັ່ງໃສ່ສາມັນຊົນຢ່າງທັນການ. ຜູ້ຕາງໜ້າ ຫວຽດນາມ ຖືວ່າ ບຸລິມະສິດແຖວໜ້າໃນປັດຈຸບັນແມ່ນຮັບປະກັນຄວາມໝັ້ນຄົງ, ປອດໄພໃຫ້ແກ່ສາມັນຊົນ ແລະ ໜູນຊ່ວຍດ້ານມະນຸດສະທຳບໍ່ຖືກກີດຂວາງ ໃຫ້ແກ່ບັນດາຜູ້ຕ້ອງການໄດ້ຮັບການໜູນຊ່ວຍ, ເປັນຕົ້ນແມ່ນກຸ່ມທີ່ມີຄວາມສ່ຽງໃນສັງຄົມ.
        ທ່ານເອກອັກຄະລັດຖະທູດ ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການໂອ້ລົມສົນທະນາ, ການປ່ອງດ່ອງ, ການຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ດ້ວຍຈຸດສຸມແມ່ນປະຊາຊົນ, ໃນການຊອກຫາວິທີການໃຫ້ແກ່ສະພາບການຄືໃນປັດຈຸບັນ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບຂອງ ມຽນມາ ແລະ ພາກພື້ນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top