• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງເພີ່ມທະວີການພົວພັນຄູ່ຮ່ວມມືເພື່ອຍູ້ແຮງການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ສະແດງຄວາມວິຕົກກັງວົນເມື່ອຄາດຄະເນວ່າ ມີ 80% ບັນດາເປົ້າໝາຍພັດທະນາແບບຍືນຍົງຢືນຢູ່ຕໍ່ໜ້າຄວາມສ່ຽງບໍ່ສາມາດປະຕິບັດໄດ້ຖືກຕາມຂໍ້ກຳນົດເວລາ
(ທີ່ວາລະໄຂກອງປະຊຸມຄະນະກຳມະການເສດຖະກິດ - ການເງິນ)

ວາລະໄຂກອງປະຊຸມຄະນະກຳມະການເສດຖະກິດ - ການເງິນ (ຄະນະກຳມະການ 2) ຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ສິ້ນສຸດລົງໃນວັນທີ 09 ກັນຍາ, ພາຍຫຼັງຈັດຂຶ້ນເປັນເວລາ 2 ວັນ, ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ.

ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນເມື່ອຄາດຄະເນວ່າ ມີ 80% ບັນດາເປົ້າໝາຍພັດທະນາແບບຍືນຍົງຢືນຢູ່ຕໍ່ໜ້າຄວາມສ່ຽງບໍ່ສາມາດປະຕິບັດໄດ້ຖືກຕາມຂໍ້ກຳນົດເວລາ ຍ້ອນຜົນສະທ້ອນຂອງຄວາມເຄັ່ງຕຶງດ້ານການເມືອງ, ວິກິດການມະນຸດສະທຳ, ສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມຂາດຄວາມສະເໝີພາບເພີ່ມຂຶ້ນ. ທ່ານສະເໜີຕ້ອງດັດປັບໂຄງສ້າງການເງິນສາກົນ, ໃນນັ້ນ, ມີບັນດາລະບອບການເງິນສາກົນ ແລະ ທະນາຄານພັດທະນາຫຼາຍຝ່າຍ ເພື່ອຮັບປະກັນການເຂົ້າຮ່ວມຂອງບັນດາປະເທດພວມພັດທະນາເຂົ້າໃນການຄຸ້ມຄອງເສດຖະກິດທົ່ວໂລກ. ບັນດາປະເທດຕ້ອງຍູ້ແຮງການກະທຳດ້ານການປ່ຽນແປງຂອງດິນຟ້າອາກາດ ຜ່ານການປະຕິບັດຄຳໝັ້ນສັນຍາ ແລະ ເພີ່ມທະວີດ້ານການເງິນໃຫ້ແກ່ ຫວຽດນາມ. ຫວຽດນາມ ຊົມເຊີຍຄວາມມານະພະຍາຍາມຂອງສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມມືສາກົນໃນການປະຕິບັດການພົວພັນຄູ່ຮ່ວມມືກ່ຽວກັບການຫັນປ່ຽນພະລັງງານຢ່າງຍຸຕິທຳ.

(ແຫຼ່ງຄັດຈາກ VOV)

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

UNESCO ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ພາບ​ພື້ນ​ເມືອງ ດົງ​ໂຮ່​ແມ່ນ​ມໍ​ລະ​ດົກ​ໂລກ

ຕາມສົນທິສັນຍາປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ປີ 2003 ແລ້ວ, UNESCO ຈະຈັກແບ່ງເປັນ 3 ບັນຊີລາຍ, ສື່ສາກົນ ເພື່ອແນໃສ່ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຊຸກຍູ້ຄວາມເປັນຫຼາຍຮູບຫຼາຍແບບຂອງມໍລະດົກທີ່ມີຊີວິດໃນທົ່ວໂລກ.

Top