• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງປົກປັກຮັກສາຄວາມປອດໄພໃຫ້ແກ່ພາລະກອນມະນຸດສະທຳໃນການປະທະກັນດ້ວຍອາວຸດ

ໃນສະພາບການປະທະກັນແກ່ຍາວ, ນາບຂູ່ຢ່າງຮ້າຍແຮງເຖິງຊີວິດອິນຊີ ແລະຊີວິດຂອງປະຊາຊົນ, ພາລະກອນມະນຸດສະທຳ ແລະພາລະກອນຂອງສະຫະປະຊາຊາດ ແມ່ນມີບົດບາດສຳຄັນ.
ທ່ານ ດັ້ງດີງກູຍ ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສະຫະປະຊາຊາດເຂົ້າຮ່ວມກອງປະຊຸມ. (ພາບ:ສຳນັກຂ່າວສານ
ຫວຽດນາມ)

ວັນທີ 16 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີ ເພື່ອຮັບຟັງບົດລາຍງານກ່ຽວກັບການປົກປ້ອງພາລະກອນມະນຸດສຳທຳໃນການປະທະກັນດ້ວຍອາວຸດ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດີງກູຍ ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສະຫະປະຊາຊາດ ຖືວ່າ: ໃນສະພາບການປະທະກັນແກ່ຍາວ, ນາບຂູ່ຢ່າງຮ້າຍແຮງເຖິງຊີວິດອິນຊີ ແລະຊີວິດຂອງປະຊາຊົນ, ພາລະກອນມະນຸດສະທຳ ແລະພາລະກອນຂອງສະຫະປະຊາຊາດ ແມ່ນມີບົດບາດສຳຄັນໃນການຫລຸດຜ່ອນຫນ້າທີ່ຫນັກຫນ່ວງຂອງວຽກງານມະນຸດສະທຳ ແລະຫນູນຊ່ວຍໃຫ້ປະຊາຊົນ.

ກ່ຽວກັບບັນດາຫລັກການເຄື່ອນໄຫວມະນຸດສະທຳ,ທ່ານ ເອກອັກຄະລັດຖະທູດດັ້ງດີ່ງກູຍ ເນັ້ນຫນັກວ່າ: ຕ້ອງມີຄວາມພາວະວິໄສ, ເປັນກາງ ແລະ ເອກະລາດ, ເຄົາລົບກົດບັດ ສປຊ ກ່ຽວກັບອະທິດປະໄຕແຫ່ງຊາດ, ບໍ່ແຊກແຊງເຂົ້າວຽກງານພາຍໃນກໍ່ຄືເຄົາລົບກົດໝາຍຂອງປະເທດທີ່ໄດ້ຮັບການມະນຸດສະທຳ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top