• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ອີຢູຊຸກຍູ້ການຮ່ວມມືການຄ້າດ້ານຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ

      ທີ່ການເຮັດວຽກ, ທ່ານລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດ ລ້ວນແຕ່ໄດ້ເຫັນດີເປັນເອກະສັນ ກ່ຽວກັບເລື່ອງສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຄ້າຜະລິດຕະພັນກະເສດ. 
(ພາບ: VOV)
      ເພື່ອແນໃສ່ເພີ່ທະວີການຮ່ວມມືລະຫວ່າງຫວຽດນາມ-ອີຢູ ໃນຂົງເຂດກະສິກຳ, ພິເສດແມ່ນຊຸກຍູ້ການຮ່ວມມືການຄ້າດ້ານຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ພາຍຫຼັງສົນທິສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA) ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາປີ 2020 ເປັນຕົ້ນໄປນັ້ນ, ຕອນບ່າຍວັນທີ 1 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລມິນຮວານ ໄດ້ໃຫ້ການຕ້ອນຮັບທ່ານ Pier Giorgio Aliberti, ເອກອັກຄະລັດຖະທູດ ຫົວໜ້າຜູ້ຕາງໜ້າຝ່າຍສະຫະພາບເອີລົບ ປະຈຳ ຫວຽດນາມ.
      ທີ່ການພົບປະ, ທ່ານລັດຖະມົນຕີເລມິນຮວານ ໄດ້ຢືນຢັນວ່າ: ບັນດາປະເພດຜະລິດຕະພັນກະເສດແລກປ່ຽນລະຫວ່າງສອງຝ່າຍ ມີການເພີ່ມເຕີ່ມໃຫ້ແກ່ກັນ ແລະ ທ່ານປາດຖະໜາວ່າ ບັນດາວິສາຫະກິດອີຢູ ຈະເພີ່ມທະວີການລົງທຶນເຂົ້າຂະແໜງກະສິກຳຫວຍຽດນາມຕາມທິດເຕກໂນໂລຊີສູງ, ປຸງແຕ່ງເລິກ, ນຳໃຊ້ບັນດາມາດຖານຂຽວ, ສິງເແວດລ້ອມຍືນຍົງ. ພ້ອມກັນນັ້ນ ສົ່ງເສີມ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ FDI ຂອງອີຢູ ສົ່ງອອກເຄື່ອງຈັກ, ອຸປະກອນ, ເຕັກໂນໂລຊີ, ວັດຖຸດິບໄປຫວຽດນາມ. ທ່ານຍັງສະເໜີໃຫ້ອີຢູ ພິດຈາລະນາແກ້ໄຂ “ບັດເຫຼືອງ” ໃຫ້ແກ່ຫວຽດນາມ ໂດຍໄວ.
      ທີ່ການເຮັດວຽກ, ທ່ານລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດ ລ້ວນແຕ່ໄດ້ເຫັນດີເປັນເອກະສັນ ກ່ຽວກັບເລື່ອງສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຄ້າຜະລິດຕະພັນກະເສດ. ຄຽງຄູ່ກັບບັນດາປະເພດສິນຄ້າດັ່ງກ່າວ, ຍັງຕ້ອງພິດຈາລະນະຊຸກຍູ້ການຄ້າສຳລັບເຂົ້າສານຂອງຫວຽດນາມ, ໝາກໄມ້, ຜັກຂອງທັງຫວຽດນາມ ແລະ ອີຢູ, ບັນດາຜະລິດຕະພັນປຸງແຕ່ງ….
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top