• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອາເມລິກາ ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ແລະ ປ້ອງກັນຊາດ

ໂດຍສືບຕໍ່ບັນດາການເຄື່ອນໄຫວຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ວັນທີ 23 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະແລກປ່ຽນກັບການນຳບັນດາກະຊວງ, ຂະແໜງການຕ່າງໆຂອງ ອາເມລິກາ.

ທ່ານ Patrick Shanahan ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຕ້ອນຮັບທ່ານ ຟ້າມບີ່ງມິງ (ພາບ: TTXVN)

ທີ່ການພົບປະແລກປ່ຽນກັບທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຢືນຢັນວ່າ: ຫວຽດນາມ ພວມປັບປຸງສະພາບແວດລ້ອມແຫ່ງການລົງທຶນໃຫ້ມີຄວາມສະດວກກ່ວາ ແລະ ສົ່ງເສີມບັນດາບໍລິສັດ ອາເມລິກາ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ; ສະເໜີ 2 ຝ່າຍສືບຕໍ່ແກ້ໄຂບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ບົນຈິດໃຈຊຸກຍູ້ການຄ້າຕ່າງຝ່າຍຕ່າງມີຜົນປະໂຫຍດ. ສ່ວນທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin ໄດ້ເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ, ຖືນີ້ແມ່ນພື້ນຖານຂອງການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ - ອາເມລິກາ, ທ່ານຕີລາຄາສູງ ເລື່ອງ ຫວຽດນາມ ຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ, ແກ້ໄຂບາງບັນຫາເສດຖະກິດ - ການເງິນບຸລິມະສິດ.

        ທີ່ການພົບປະກັບທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Wilbur Ross, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີກະຊວງການຄ້າ Wilbur Ross ໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວ ຄືສັນຍາແມ່ກ່ຽວກັບການຄ້າ ແລະ ການລົງທຶນ (TIFA), ພ້ອມທັງ ສືບຕໍ່ປຶກສາຫາລືສ້າງຂອບເຂດເສດຖະກິດ - ການຄ້າໃຫມ່, ເປັນປົກກະຕິ, ຍາວນານໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ເໝາະສົມກັບຄຸນລັກສະນະ, ລະດັບການພົວພັນເສດຖະກິດ 2 ຝ່າຍ ແລະ ຂອບເຂດການພົວພັນຮ່ວມ.

        ແລະກໍ່ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກໍ່ໄດ້ພົບປະແລກປ່ຽນກັບທ່ານ Patrick Shanahan ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ; ທ່ານ Eliot Engel ສະມາຊິກສະພາຕ່ຳ, ປະທານກຳມາທິການພົວພັນຕ່າງປະເທດສະພາຕ່ຳ ອາເມລິກາ ແລະ ທ່ານ Gustavo Pimenta ຮອງປະທານກຸ່ມບໍລິສັດ AES.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top