• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ສ.ເກົາຫຼີ ເຫັນດີເປັນເອກະພາບເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ແລະ ແທດຈິງກ່ວາອີກ

      ກ່ຽວກັບດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, 2 ຝ່າຍໄດ້ເຫັນດີເປັນເອກະສັນຮັບຮອງເອົາຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືປ້ອງກັນປະເທດລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ
ຕອນເຊົ້າວັນທີ 23 ມີນາ, ພິທີຕ້ອນຮັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ໄດ້ຈັດຕັ້ງຢ່າງສົມກຽດຢູ່ຮ່າໂນ້ຍ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ  ເຈີ່ນດ້າຍກວາງ ໄດ້ເຈລະຈາກັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in.
        ທີ່ການເຈລະຈາ, ການນຳ 2 ທ່ານເຫັນດີເປັນເອກະສັນຕໍ່ບັນດາທິດທາງ, ມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.

ທ່ານປະທານປະເທດ ຫວຽດນາມ  ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in
      ກ່ຽວກັບດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, 2 ຝ່າຍໄດ້ເຫັນດີເປັນເອກະສັນຮັບຮອງເອົາຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືປ້ອງກັນປະເທດລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ເພີິ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນປ້ອງກັນຕ້ານອາດຊະຍາກຳ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ…
        ກ່ຽວກັບດ້ານເສດຖະກິດ, ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມຕັດສິນໃຈບັນລຸໄດ້ຄາດໝາຍຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເຖິງ 100 ຕື້ USD ໃນປີ 2020, ໄປຄຽງຄູ່ກັບບັນດາມາດຕະການສ້າງຄວາມດຸ່ນດ່ຽງດ້ານການຄ້າ.
        ກ່ຽວກັບການຮ່ວມມືພັດທະນາການບຳລຸງສ້າງ, ສ. ເກົາຫຼີ ກຳນົດ: ຫວຽດນາມ ແມ່ນຄູ່ຮ່ວມມືອຸປະຖຳໃນການພັດທະນາໃຫຍ່ທີ່ສຸດ, ຈະສືບຕໍ່ສະຫງວນໃຫ້ ຫວຽດນາມ ບັນດາບ້ວງເງິນໜູນຊ່ວຍພັດທະນາ, ສິນເຊື່ອບຸລິມະສິດເໝາະສົມກັບເງື່ອນໄຂ, ຄວາມຕ້ອງການຂອງ ຫວຽດນາມ.
        ກ່ຽວກັບດ້ານວັດທະນະທຳ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ, 2 ຝ່າຍເຫັນດີຊຸກຍູ້ເປີດກ້ວາງການພົວພັນດ້ານວັດທະນະທຳ, ການສຶກສາອົບຮົມການທ່ອງທ່ຽວ, ເພິ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ເອົາໃຈໃສ່ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງຂອງກັນກ່ວາອີກ, ປັບປຸງພື້ນຖານສັງຄົມຢ່າງໜັກແໜ້ນໃຫ້ແກ່ການພົວພັນ 2 ປະເທດ.
        ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ພ້ອມກັນເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືໃນຂົງເຂດການຄ້າໄລຍະ 2018 – 2020; ການຮ່ວມມືກ່ຽວກັບອຸດສາຫະກຳສຳຮອງ; ການຮ່ວມມືກິດຈະກຳຄົມມະນາຄົມ…
        ກ່າວຄຳເຫັນໃນການພົບປະກັບສື່ມວນຊົນຮ່ວມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ:
        ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນ 2 ປະເທດ, ຄວາມມານະພະຍາຍາມລວມຂອງບັນດາກະຊວງ, ຂະແໜງການທ້ອງຖິ່ນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ -  ສ. ເກົາຫຼີ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ.
        ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມປະເທດ ຫວຽດນາມ ຮັກແພງແຂກຄົນ, ຂອບໃຈການຕ້ອນຮັບອັນສົມກຽດເຊິ່ງທ່ານປະທານປະເທດ ເຈີ່ນດ້າຍກວາງ ສະຫງວນໃຫ້ແກ່ຄະນະ, ທ່ານປະທານາທິບໍດີ Moon Jae – in ຖືວ່າ:
        ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງ ສ. ເກົາຫຼີ ແລະ ກົງກັນຂ້າມ. ໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ. ເກົາຫຼີ ພວມດຳເນີນ, ຫວຽດນາມ ໄດ້ສວມບົດບາດສຳຄັນໃນນະໂຍບາຍນັ້ນ. ຜ່ານການພົບປະຂັ້ນສູງໃນຄັ້ງນີ້, 2 ປະເທດໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນເລິກເຊິ່ງ ແລະ ພ້ອມກັນເປັນເອກະພາບຕໍ່ຄວາມມານະພະຍາຍາມຍູ້ແຮງການຮ່ວມມື ເພື່ອຄວາມວັດຖະນາຖາວອນຂອງ 2 ປະເທດ.
        ຕອນບ່າຍວັນທີ 23 ມີນາ, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ. ເກົາຫຼີ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top