• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສົ່ງອອກເຂົ້າສານຕ້ອງຄ້ຳປະກັນດ້ານສະບຽງອາຫານ

ເປັນປະທານກອງປະຊຸມກັບບາງກະຊວງ, ຂະແໜງການຂັ້ນສູນກາງໃນຕອນບ່າຍວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ຮຽກຮ້ອງໃຫ້ເບີກເຂົ້າສານກ່ອນ 100.000 ໂຕນໂດຍຫັກຈາກປະລິມານການສົ່ງອອກທີ່ໄດ້ກຳນົດໄວ້ໃນເດືອນ ພຶດສະພາ 2020 ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.

  ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ເນັ້ນໜັກວ່າ ເລື່ອງຄ້ຳປະກັນດ້ານສະບຽງອາຫານແມ່ນບັນຫາຍຸດທະສາດ, ສຳຄັນທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນໃນສະພາບການໂລກລະບາດໂຄວິດ-19 ແລະ ການປ່ຽນແປງຂອງດິນຟ້າອາກາດ ພວມຜັນແປຢ່າງສັບສົນທີ່ສຸດຄືປັດຈຸບັນ. ດັ່ງນັ້ນ, ເລື່ອງສົ່ງອອກເຂົ້າສານໃນສະພາບການປັດຈຸບັນ ຕ້ອງໄດ້ຮັບການພິຈາລະນາຢ່າງລອບຄອບຖີ່ຖ້ວນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ UNCLOS ດ້ວຍບົດບາດ ເປັນກອບນິຕິກຳສາກົນ ປັບປຸງທຸກການເຄື່ອນໄຫວທາງທະເລ ແລະ ມະຫາສະໝຸດ.

Top