• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສືບຕໍ່ເພີ່ມພູນຄູນສ້າງການພົວພັນອາຊຽນ-ຈີນ ພັດທະນາຖືກຕ້ອງຕາມລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຖືວ່າ ອາຊຽນ ແລະ ຈີນ ຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຍູ້ແຮງການຮ່ວມມືຮອບດ້ານ, ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ...
ກອງປະຊຸມຈັດຂຶ້ນແບບທາງໄກ (ພາບ: VOV)
      ຕອນເຊົ້າວັນທີ 22 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ພ້ອມກັບບັນດາການນຳອາຊຽນ ແລະ ທ່ານເລຂາທິການໃຫ່ຍ, ປະທານປະເທດຈີນ ສືຈິງຜິງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫລອງ 30 ປີແຫ່ງການພົວພັນເຈລະຈາ ອາຊຽນ-ຈີນ ແບບທາງໄກ (1991-2021).
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຖືວ່າ ອາຊຽນ ແລະ ຈີນ ຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຍູ້ແຮງການຮ່ວມມືຮອບດ້ານ, ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ໂດຍສະເພາະແມ່ນຢູ່ທະເລຕາເວັນອອກ. ຕ້ອງພ້ອມກັນມານະພະຍາຍາມກ່ວາອີກ ປະຕິບັດຢ່າງຄົບຖ້ວນ ຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ບັນລຸໄດ້ກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ ຢ່າງມີປະສິດທິພາບ, ປະສິດທະຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).
      ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ມານະພະຍາຍາມ ເພີ່ມພູນຄູນສ້າງການພົວພັນອາຊຽນ-ຈີນ ພັດທະນາຖືກຕ້ອງຕາມລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ເພີ່ມທະວີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື, ການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໂລກ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ແຕ່ລະປະເທດ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top