• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສາມາດເພີ່ມວົງເງິນສົ່ງອອກໄປຍັງ ອິນເດຍ ຕື່ມອີກ 663 ລ້ານ USD

      ໃນວັນທີ 13 ຕຸລາ ທະນາຄານ Standard Chartered (ຫວຽດນາມ) ໄດ້ປະກາດບົດລາຍງານກາລະໂອກາດການຄ້າສາກົນ. ຕາມນັ້ນແລ້ວ, ບັນດາວິສາຫະກິດ ຫວຽດນາມ ສາມາດເພີ່ມວົງເງິນສົ່ງອອກໄປຍັງ ອິນເດຍ ຕື່ມອີກ 663 ລ້ານ USD. 

ບໍລິສັດແຫ່ງໜຶ່ງຢູ່ນະຄອນໂຮ່ຈີມິນ ເຮັດລະບຽບການນຳເຂົ້າ - ສົ່ງອອກ (ພາບ: nhandan.com.vn)
      ໃນຂະນະນັ້ນ, ບັນດາວິສາຫະກິດ ອິນເດຍ ກໍ່ສາມາດຊຸກຍູ້ການສົ່ງອອກມາຍັງ ຫວຽດນາມ ຕື່ມອີກ 475 ລ້ານ USD ໃນແຕ່ລະປີ. ດ້ວຍຄວາມສາມາດບົ່ມຊ້ອນນີ້, ຍອດວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ອາດຈະເພີ່ມຂຶ້ນຕື່ມອີກ 1,1 ຕື້ USD.
            ໃນສະພາບການບັນດາຕະຫຼາດພວມຟື້ນຟູພາຍຫຼັງໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19, ບົດລາຍງານໃຫ້ຂໍ້ສັງເກດວ່າ ການຄ້າທົ່ວໂລກແມ່ນປັດໃຈສຳຄັນທີ່ສຸດເພື່ອຊຸກຍູ້ການພັດທະນາ ແລະ ວັດທະນາຖາວອນ, ໃນນັ້ນ ໄດ້ເນັ້ນໜັກເຂົ້າໃນບັນດາຂົງເຂດມີກາລະໂອກາດເຕີບໂຕສູງສຸດ. ຂົງເຂດຂາຍຍ່ອຍ ແລະ ຂາຍຍົກ ຂອງ ຫວຽດນາມ ມີຄວາມສາມາດບົ່ມຊ້ອນເຕີບໂຕສົ່ງອອກໄປຍັງ ອິນເດຍ ຫຼາຍທີ່ສຸດ, ຢູ່ໃນລະດັບ 87 ລ້ານ USD; ການບໍລິການຂົນສົ່ງ ແລະ ສາງເກັບມ້ຽນສິນຄ້າ ກໍ່ອາດຈະເພີ່ມຂຶ້ນຕື່ມອີກ 86 ລ້ານ USD… ບັນດາຂົງເຂດອື່ນຂອງ ຫວຽດນາມ ມີຫຼາຍກາລະໂອກາດດ້ານການຄ້າກັບ ອິນເດຍ ລວມມີ ແພຝ້າຍ, ການບໍລິຫານຫ້ອງການ ແລະ ບັນດາບໍລິການຊ່ວຍໜູນດຳເນີນທຸລະກິດອື່ນ, ບັນດາປະເພດສິນຄ້າຕ່ຳແຜ່ນແພ. ອິນເດຍ ແມ່ນໜຶ່ງໃນ 10 ຄູ່ຮ່ວມມືສຳຄັນຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top