• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສາມາດກາຍເປັນປະເທດເລີ່ມທຸລະກິດ

      “ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ - ເຂົ້າໃຈ ແລະ ກະທຳຢ່າງຖືກຕ້ອງ” ແມ່ນຫົວຂໍ້ຂອງເວທີປາໄສນັກທຸລະກິດໜຸ່ມ ແລະ ຊາວໜຸ່ມເລີ່ມທຸລະກິດ ຖືກດຳເນີນໄປໃນຕອນບ່າຍວັນທີ 19 ພຶດສະພາ ຢູ່ ຮ່າໂນ້ຍ. 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ (ພາບ: VGP)
      ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ຖືວ່າ: ປະເທດເລີ່ມທຸລະກິດໄດ້ຮັບການຮັບຮອງເມື່ອການເລີ່ມທຸລິກິດແມ່ນລັດຖະນະໂຍບາຍ, ຕ້ອງມີຂະບວນການເລີ່ມທຸລະກິດ ດ້ວຍທີ່ຕັ້ງຂອງປະເທດ ໜຶ່ງ. ທ່ານຮອງນາຍົກລັດຖະມົນຕີສະເໜີ ຍູ້ແຮງວຽກງານຖະແຫຼງຂ່າວ ແລະ ສື່ສານ ຍົກສູງຄວາມຮັບຮູ້, ກຳນົດການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແມ່ນໜຶ່ງໃນບັນດາປັດໃຈແກ່ນສານໃຫ້ວິວັດການເລີ່ມທຸລະກິດຂອງວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານຈະຊຸກຍູ້ສ້າງລະບົບຊີວະພາບເລີ່ມທຸລະກິດສົມບຸນແບບ, ກໍ່ສ້າງກົນໄກ ແລະ ຊຸກຍູ້ການກຳເນີດຂອງບັນດາກອງທຶນພະຈົນໄພ, ກອງທຶນໜູນຊ່ວຍເລີ່ມທຸລະກິດ, ກອງທຶນພັດທະນາວິທະຍາສາດ - ເຕັກໂນໂລຊີ…ເພື່ອໃຫ້ປະຊາຄົມເລີ່ມທຸລະກິດໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ ແນໃສ່ສົ່ງເສີມ ແລະ ພັດທະນາບັນດາຂົງເຂດຂຶ້ນກັບຂະແໜງ ອາຊີບຕ່າງໆ.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top